ສຸດຍອດ ລັດຖະບານເຫັນດີ ສ້າງລະບົບຄຸ້ມຄອງຕົວຕົນທາງດີຈີຕອນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ສຸດຍອດ ລັດຖະບານເຫັນດີ ສ້າງລະບົບຄຸ້ມຄອງຕົວຕົນທາງດີຈີຕອນ

ການສ້າງລະບົບຄຸ້ມຄອງຕົວຕົນທາງດີຈີຕອນ (DIGITAL ID) ເປັນໜຶ່ງໃນ 9 ບັນຫາສຳຄັນທີ່ໄດນຳເຂົ້າໄປໃນກອງປະຊຸມສະໄໝສາມັນ ປະຈຳເດືອນກຸມພາ 2022 ເພື່ອໃຫ້ ສະມາຊິກລັດຖະບານ ໄດ້ພ້ອມກັນຄົ້ນຄວ້າ, ປະກອບຄໍາຄິດຄຳເຫັນ ເພື່ອພິຈາລະນາຮັບຮອງ ແລະນຳໄປສູ່ການດຳເນີນການຕາມຂັ້ນຕອນຂອງຂະແໜງການກ່ຽວຂ້ອງ.

ໃນນີ້ ຕາມການຖະແຫຼງຂ່າວຂອງ ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ, ຜູ້ປະຕິບັດວຽກງານໂຄສົກລັດຖະບານ ໃຫ້ຮູ້ວ່າ: ການສ້າງລະບົບຄຸ້ມຄອງຕົວຕົນທາງ ດີຈິຕອນ (DIGITAL ID), ກອງປະຊຸມເຫັນດີດ້ານຫຼັກການ ຮັບຮອງເອົາການສ້າງລະບົບ ດັ່ງກ່າວ ໂດຍມອບໃຫ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນໃຈກາງປະສານສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຄືນ ຕາມການປະກອບຄໍາເຫັນ ຂອງສະມາຊິກລັດຖະບານ ແລະ ກະກຽມຄວາມພ້ອມດ້ານຕ່າງໆ ເພື່ອໃຫ້ລະບົບ ສາມາດຮອງຮັບການເຊື່ອມຈອດກັບບັນດາປະເທດໃກ້ຄຽງ ແລະ ສາກົນໄດ້ ທັງຮັບປະກັນຄວາມປອດໄພ, ໂປ່ງໃສ, ວ່ອງໄວ ແລະ ການກໍານົດໜ້າວຽກຂອງຂະແໜງການໃນແຕ່ລະໄລຍະ ກໍໃຫ້ສອດຄ່ອງກັບການຈັດຕັ້ງປະຕິບັດຕົວຈິງ.

ນອກນັ້ນ ກໍໃຫ້ກວດກາຄືນບັນດານິຕິກໍາ ທີ່ໄດ້ປະກາດນໍາໃຊ້ໃນໄລຍະຜ່ານມາ ເພື່ອໃຫ້ສອດຄ່ອງກົມກຽວກັນ. ພາຍຫຼັງປັບປຸງສໍາເລັດແລ້ວ, ໃຫ້ສົມທົບກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະເໜີທ່ານນາຍົກລັດ ຖະມົນຕີ ພິຈາລະນາລົງນາມປະກາດໃຊ້ຕາມລະບຽບການ.


ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ ປີ 2022 ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 21 ແລະ ປິດລົງໃນຕອນແລງຂອງວັນທີ 22 ກຸມພາ 2022 ທີ່ ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະ ມົນຕີ ແລະ ສະມາຊິກລັດຖະບານ ທ່ານອື່ນໆ ເຂົ້າຮ່ວມຢ່າງພ້ອມພຽງ.

Related Posts

Leave a Reply

Your email address will not be published. Required fields are marked *