ສຕລ ແຈ້ງແລ້ວທີ່ ຢູ 23 ລາວ ຖອນຕົວຈາກນັດຊີງອັນດັບ 3 ພົບກັບ ຕີມໍ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ສຕລ ແຈ້ງແລ້ວທີ່ ຢູ 23 ລາວ ຖອນຕົວຈາກນັດຊີງອັນດັບ 3 ພົບກັບ ຕີມໍ

ເປັນເລື່ອງທີ່ໜ້າເສຍດາຍສຸດໆສໍາລັບ ທີມຊາດລາວ ຢູ 23 ທີ່ຕ້ອງອົດຊີງອັນດັບ 3 ກັບ ຕີມໍ ເລັສເຕ ໃນວັນທີ 26 ກຸມພາ 2022 ເວລາ 16:00 ໂມງ ເນື່ອງຈາກນັກຕິດໂຄວິດ ແລະ ເຈັບເພີ່ມ ເຮັດໃຫ້ເຫຼືອພຽງ 6 ຄົນທີ່ພ້ອມລົງແຂ່ງຂັນ ຈົນຕ້ອງຕັດສິນໃຈຖອນຕົວ

ຫຼ້າສຸດ ສະຫະພັນບານເຕະແຫ່ງຊາດລາວ ອອກແຈ້ງການດັ່ງວີດີໂອລຸ່ມນີ້:

ທີມຊາດລາວ U23 ໄດ້ຖອນທີມຈາກການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຍ້ອນໂຄວິດ-19.

ສະຫະພັນບານເຕະແຫ່ງຊາດລາວ ໄດ້ໃຫ້ຮູ້ວ່າ: ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ໄດ້ຖອນທີມຈາກການແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ​ ປະຈຳປີ 2022 ເນື່ອງຈາກສະຖານະການຂອງນັກກິລາ

ພາຍໃນທີມຊາດລາວ ໄດ້ຕິດເຊື້ອພະຍາດໂຄວິດ-19 ຈໍານວນ 13 ທ່ານ ແລະ ນັກເຕະມີອາການບາດເຈັບອີກ 6 ທ່ານ ຈາກເກມການແຂ່ງຂັນໃນນັດທີ່ຜ່ານມາ ພົບກັບທີມຊາດມາເລເຊຍ​ ແລະ ທີມຊາດໄທ ເຮັດໃຫ້ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ຍັງເຫຼືອນັກກິລາພຽງ 6 ຄົນເທົ່ານັ້ນ ທີ່ສາມາດລົງຊື່ແຂ່ງຂັນໄດ້.

ດັ່ງນັ້ນ ຄະນະນໍາ ແລະ ຄະນະຄູຝຶກ ເຫັນດີຕັດສິນໃຈຂໍຖອນທີມ ຈາກການແຂ່ງຂັນ ຮອບຊີງທີ 3 ລະຫວ່າງ ທີມຊາດລາວ ພົບກັບ ທີມຊາດ ຕີມໍເລສເຕ ໃນວັນທີ 26 ກຸມພາ 2022​ ນີ້.

ຊົມຄຼິບ

InsideLaos

Related Posts

Leave a Reply

Your email address will not be published. Required fields are marked *