ຜູ້ໂດຍສານຊື້ປີ້ລົດໄຟ​ ຖ້ຽວໜຶ່ງຈະເສຍຄ່າທໍານຽມປີ້ລະ 20.000ກີບ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຜູ້ໂດຍສານຊື້ປີ້ລົດໄຟ​ ຖ້ຽວໜຶ່ງຈະເສຍຄ່າທໍານຽມປີ້ລະ 20.000ກີບ.

ອີງຕາມຂ່າວ​ CRI-FM93​ ລາຍງານວ່າ​ ໃນວັນທີ 25 ກຸມພາ 2022, ບໍລິສັດທາງລົດໄຟລາວ-ຈີນໄດ້ເລີ່ມເປີດປ່ອງບໍລິການຂາຍປີ້ຈຸດທໍາອິດຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ.

ປ່ອງຂາຍປີ້ໃໝ່ນີ້ຕັ້ງສູນການຄ້າວຽງຈັນເຊັນເຕີຊັ້ນໜຶ່ງ ເຂດຖະໜົນຄູວຽງ.

ຈຸດຂາຍປີ້ລົດໄຟດັ່ງກ່າວ ໄດ້ບໍລິການຂາຍປີ້ໂດຍສານໄປວຽງຈັນ-ບໍ່ເຕັນ ແລະ​ ວຽງຈັນ-ຫຼວງພະບາງ, ສາມາດຊື້ປີ້ລ່ວງໜ້າໄດ້ 3 ວັນລວມທັງມື້ເດີນທາງ. ຜູ້ໂດຍສານ 1 ຄົນ ສາມາດຊື້ໄດ້ 2 ປີ້.

ເພື່ອຍົກສູງປະສິດທິພາບ ແລະການຊໍາລະທີ່ສະດວກໃຫ້ຜູ້ໂດຍສານ ບໍລິສັດທາງລົດໄຟໄດ້ກໍານົດການຈ່າຍເງິນຜ່ານທາງບັດທະນາຄານເຊັ່ນ: one Play, Unian play, ແລະ​ ອື່ນໆ ແຕ່ບໍ່ຮັບເງິນສົດ.​

ນອກນີ້, ຜູ້ໂດຍສານຊຶ້ປີ້ທາງລົດໄຟຖ້ຽວໜຶ່ງຈະເສຍຄ່າທໍານຽມປີ້ລະ 20.000ກີບ. ເວລາຂາຍປີ້ແມ່ນຕອນເຊົ້າ 10.00-12.00 ໂມງ​ ​ແລະ​ຕອນບ່າຍ 12.30-15.30 ໂມງ,​ ຜູ້ໂດຍສານຕ້ອງຖືບັດປະຈໍາຕົວ, ບັດຢັ້ງຢືນການສັກວັກຊີນຄົບໂດສ.

ຈຸດຂາຍປີ້ຍັງມີບ່ອນແຈ້ງຂໍ້ມູນກ່ຽວກັບຖ້ຽວລົດໄຟ, ລາຄາປີ້. ບໍ່ມີການຂາຍປີ້ຕ່າງແຂວງ ແລະ​ ປີ້ເດັກນ້ອຍ ແລະ​ ບໍ່ຮັບສົ່ງປີ້ຄືນ (ຖ້າຢາກສົ່ງຄືນໃຫ້ໄປສະຖານີນະຄອນຫຼວງ).

ກໍລະນີເສຍຄ່າທຳນຽມ 20.000​ກີບ​ນັ້ນ​ ຍັງເປັນຂໍ້ຂ້ອງໃຈຂອງປະຊາຊົນວ່າ ເກັບຍ້ອນຫຍັງ ຫຼື​ ຍ້ອນເຊົ່າສະຖານທີ່ບໍ?

​ເນື້ອໃນຂ່າວ: CRI-FM93

Related Posts

Leave a Reply

Your email address will not be published. Required fields are marked *