Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ອະດີດເຈົ້າຄອງ ຮ່າໂນ້ຍ ໃຊ້ແທນຄືນ 25 ຕື້ດົ້ງ ສານຜ່ອນໂທດຈຳຄຸກລົງ 3 ປີ ໃນຄະດີສໍ້ໂກງ
ຫນັງສືພິມ ຊາວຜູ້ອອກແຮງງານ ຂອງຫວຽດນາມ, ລາຍງານວັນທີ 22 ມິຖຸນາ 2022 ວ່າ: ສານປະຊາຊົນສູງສຸດ ນະຄອນຫຼວງ ຮ່າໂນ້ຍ
ໄດ້ພິພາກສາຄໍາອຸທອນຂອງອະດີດເຈົ້າຄອງນະຄອນຫຼວງ ຮ່າໂນ້ຍ ຫງວຽນດຶກຈຸງ ພ້ອມ ພວກ ໃນຄະດີສໍ້ໂກງ ຊື້ຂາຍທາດເຄມີ Redoxy-3C.
ສານປະຊາຊົນສູງສຸດນະຄອນຫຼວງ ຮ່າໂນ້ຍ ໄດ້ຕັດສິນຈໍາຄຸກ ຫງວຽນດຶກຈຸງ 5 ປີ ໃນຄະດີ “ສວຍໃຊ້ຫນ້າທີ່ ຕໍາແຫນ່ງ”, ລວມທັງຄະດີ “ຄອບຄອງເອກະສານລັບຂອງຊາດ” ຫງວຽນດຶກຈຸງ ຖືກຕັດສິນຈໍາຄຸກທັງຫມົດ 10 ປີ, ຊຶ່ງກ່ອນຫນ້ານັ້ນ ຫງວຽນດຶກຈູງກໍຖືກສານຂັ້ນຕົ້ນຕັດສິນຈໍາຄຸກ 9 ປີ ໄປກ່ອນແລ້ວ.
ໃນຄະດີ “ສວຍໃຊ້ຫນ້າທີ່ຕໍາແຫນ່ງ” ພ້ອມກັບ ຫງວຽນດຶກຈຸງ ຍັງມີພວກອີກ 2 ຄົນຄື: ຫງວຽນເຈື່ອງຢາງ ໂທດຈໍາ ຄຸກ 3 ປີ, ວໍ້ຕຽນຮຸ່ງ 30 ເດືອນ
ເນື່ອງຈາກວ່າ ຈໍາເລີຍທັງ 3 ໄດ້ໃຊ້ແທນຄືນຜົນເສຍຫາຍທີ່ກໍ່ຂຶ້ນທັງຫມົດ 36 ຕື້ດົງ, ໃນນັ້ນ ຫງວຽນດຶກຈຸງ 25 ຕື້ ດົງ, ວໍ້ຕຽນຮຸ່ງ 4 ຕື້ດົງ, ຫງວຽນເຈື່ອງຢາງ 7 ຕື້ດົງ, ສານຈຶ່ງຍົກຟ້ອງການແຈ້ງຊັບສິນຂອງຈໍາເລີຍທັງຫມົດ ພ້ອມທັງຜ່ອນໂທດລົງໃຫ້ພວກກ່ຽວ.
ຂໍ້ມູນ: ລາວພັດທະນາ