Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຖ້າຄຸມອັດຕາແລກປ່ຽນຮ້ານນອກບໍ່ໄດ້ກະກຽມແຮງກະທົບຄັ້ງໃໝ່ທີ່ໃຫຍ່ກວ່າເກົ່າ ຕາມທີ່ແອດມິນເພຈ 10 STORY ເລື່ອງເລົ່າຂອງ 10 ອະທິບາຍຫັ້ນລະ!! ຄັນບໍ່ຈັດການເດັດຂາດນະ #ເຮົາຊິມີໄວ້ເຮັດຫຍັງ?
ຖ້າອັດຕາແລກປ່ຽນຍັງຜັນຜວນແບບນີ້ຕໍ່ໄປ ແຮງຊໍ້າເຕີມພາວະເສດຖະກິດລາວທີ່ອ່ອນແອຢູ່ແລ້ວ ແຮງອ່ອນແອເຂົ້າໄປອີກ
ກ່ອນອື່ນຕ້ອງບອກເລີຍວ່າຊ່ວງທີ່ຜ່ານມາອັດຕາແລກປ່ຽນໃນບ້ານເຮົາມີຄວາມຜັນຜວນສູງຫຼາຍ ຈະສັງເກດເຫັນໄດ້ວ່າບາງມື້ມີການປັບ 2-4 ຄັ້ງຕໍ່ມື້ ທັ້ງທີ່ອັດຕາແລກປ່ຽນຢູ່ເວບໄຊສ໌ທະນາຄານກາງຢູ່ໃນເລດທີ່ນີ່ງຫຼືພາຍໃນ
ໃນມື້ນັ້ນແທບຈະບໍ່ມີຫຍັງປ່ຽນແປງເລີຍ ຈົນເຮັດໃຫ້ຫຼາຍຄົນສົງໃສວ່າ ທຸກມື້ນີ້ໃຜເປັນຄົນປັບອັດຕາແລກປ່ຽນກັນແທ້? ເຊິ່ງ 10 Story ເອງກໍ່ພະຍາຍາມຫາເຫດຜົນມາທິບາຍບໍ່ໄດ້
ມາມື້ວານນີ້ແລະມື້ນີ້ ທະນາຄານກາງກຳນົດອັດຕາແລກປ່ຽນຢູ່ເວບໄຊ໌ໃນສະພາບປົກກະຕິ ແຕ່ອັດຕາແລກປ່ຽນຢູ່ທະນາຄານທຸລະກິດແລະຮ້ານອັດຕາແລກປ່ຽນປັບຂື້ນ 2-3 ຄັ້ງ ມາມື້ນີ້ຊ່ວງເຊົ້າປັບຂື້ນອີກ ຈົນເກີດຄວາມກັງວົນຕໍ່ສັງຄົມວ່າ ເລດຈະກັບມາຜັນຜວນຢ່າງຮຸນແຮງອີກຄັ້ງ ເຮັດໃຫ້ເລດຢູ່ນອກພຸ່ງຂື້ນທັນທີ່ ຈົນເຮັດໃຫ້ບາງຄົນໄປແລກຈົນບໍ່ໄດ້
ຖ້າສະຖານະການອັດຕາແລກປ່ຽນຍັງຄົງຜັນຜວນແບບນີ້ຕໍ່ໄປ ຈະສົ່ງຜົນກະທົບຕໍ່ບັນຫາຫຼາຍດ້ານພໍ່ສົມຄວນ
1. ເມື່ອເກີດຄວາມຜັນຜວນຍາມໃດຄົນຈະເທຂາຍເງິນກີບແລ້ວຖືເງິນຕາແທນ ສົ່ງຜົນເກີດຄ່ານິຍົມຂອງຄ່າເງິນກີບຂອງລາວດ້ອຍຄ່າລົງ
2. ເມື່ອມີຄົນໃຫ້ຄ່າເງິນຕາຫຼາຍ ກໍ່ນຳໄປສູ່ການເກນກຳໄລຂື້ນເລື່ອຍໆ ສຸດທ້າຍຜູ້ຖືລາຍຍ່ອຍຕິດດອຍ
3. ເກີດຄວາມບໍ່ສະຖຽນລະພາບທາງດ້ານລາຄາສິນຄ້າ ເຊິ່ງຕ້ອງບອກກ່ອນວ່າ ສິນຄ້າບໍລິໂພກແລະອຸປະໂພກ ສ່ວນຫຼາຍປະເທດລາວແມ່ນນໍາເຂົ້າ ເຮັດໃຫ້ຜູ້ນໍ້າເຂົ້າສິນຄ້າເຈັບຫົວບັນຫານີ້ສຸດໆ ເພາະເລດບໍ່ແມ່ນປ່ຽນທິດລະຄັ້ງ ແຕ່ເລດທຸກມື້ນີ້ ປ່ຽນມື້ 2-3 ຄັ້ງ ແລະ ເມື່ອເລດຂື້ນຍາມໃດບໍລິສັດກໍ່ຕ້ອງຕີລາຄາສິນຄ້າແພງໄປນໍ້າ ເຮັດໃຫ້ຜູ້ບໍລິໂພກກໍ່ຕ້ອງຈ່າຍລາຄາສິນຄ້າທີ່ແພງຂື້ນ
4. ຂາດຄວາມໜ້າເຊື່ອຖືຜູ້ກຳນົດນະໂຍບາຍແລະຜູ້ຈັດຕັ້ງປະຕິບັດ ເພາະບໍ່ສາມາດແກ້ໄຂບັນຫາດັ່ງກ່າວໄດ້
5. ຜົນນສຸດທ້າຍ ຍິ່ງຊໍ້າເຕີມພາວະເສດຖະກິດທີ່ອ່ອນແອຢູ່ແລ້ວ ຍິ່ງອ່ອນແອເຂົ້າໄປອີກ ເພາະຈະເກີດການຄວາມກັນວົນຕໍ່ປະຊາຊົນວ່າເງິນກີບທີ່ຖືໃນມືປະຈຸບັນ ມື້ອື່ນຈະຍັງມີຄ່າເທົ່າເກົ່າຫຼືບໍ່!
ເຊິ່ງແອັດມິນຂຽນ ພຽງຈະສື່ເຖິງຜູ້ກຳນົດນະໂຍບາຍແລະຜູ້ຈັດຕັ້ງປະຕິບັດ ຄວນມີການປະສານງານກັນຕື່ມຫຼືບໍ່ ເພື່ອເຮັດແນວໃດໃຫ້ອັດຕາແລກປ່ຽນມີຄວາມສະຫງົບນີ່ງ ບໍ່ເກີດຄວາມຜັນຜວນສູງຫຼາຍ ຫຼືຖ້າມີເຫດຜົນກໍ່ອະທິບາຍໃຫ້ສັງຄົມເຂົ້າໃຈ ເພື່ອບໍ່ຢາກໃຫ້ສັງຄົມເກີດພາວະ Panic ຫຼືແຕກຕື່ນກັບບັນຫາທີ່ເກີດຂື້ນ
*ໜາຍເຫດ: ອັດຕາແລກປ່ຽນທີ່ແທ້ຈິງ ຄວນເປັນເທົ່າໃດ? ແອັດມິນໄລ່ໃຫ້ຢູ່ໃນຮູບຄອມເມັ້ນ ແລະ ຖ້າແອັດຂຽນຂໍ້ໃດຜິດພາດຕ້ອງຂໍໂທດອະໄພນຳ ແອດພຽງຍາກໃຫ້ເລດກັບມາຢູ່ໃນສະພາບຄວາມເປັນຈິງທີ່ຄວນຈະເປັນ ແລະ ມີຄວາມສະຫງົບນີ່ງດ້ານອັດຕາແລກປ່ຽນ
