Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຊີ້ແຈງດຣາມາຕຳໝາກຫຸ່ງແພງ ຍ້ອນຄິດໄລ່ເປັນເງິນໂດລາ
ພາຍຫຼັງມີກະແສດຣາມາເລື່ອງຕຳໝາກຫຸ່ງແພງ 90.000 ກີບຈົນຟົດເດືອດໃນອອນລາຍ ແລະໄດ້ມີຜູ້ໃຊ້ເຟສບຸກທ່ານໜຶ່ງອອກມາໂພສຕອບໂຕ້ວ່າ: ” ເຫັນດຣາມາໃນໂພສເລື່ອງລາຄາອາຫານໃນຫລວງພະບາງ ເລີຍຢາກມາໂພສ ຫຼວງພະບາງມີຫຼາຍຮ້ານຫຼາຍລະດັບໃຫ້ເລືອກກິນ.
ຍົກຕົວຢ່າງ ຕຳໝາກຫຸ່ງ – ຮ້ານນ້ອຍແຄມທາງ (ເຈົ້າຂອງເຮັດເອງ ບໍ່ມີພະນັກງານຫຼືບໍ່ມີຄ່າເຊົ່າ ລາຄາ 10 000 ຫາ 20 000ກີບ.– ຮ້ານອາຫານລະດັບ ກາງ ປະມານ 3.5000ຫາ 50.000ກີບ. ເນື່ອງຈາກເມືອງນີ້ເປັນເມືອງທ່ອງທ່ຽວການມີຮ້ານຫຼູໂຮງແຮມຫຼູເພື່ອຮອງຮັບນັກທ່ອງທ່ຽວຫຼາຍລະດັບມີຄວາມຈຳເປັນຫຼາຍ.

ຮ້ານຫຼືຫຼືໂຮງແຮມ ປົກກະຕິລູກຄ້າພວກເພິ່ນຈະເປັນແຂກຄົນທີ່ມີເງິນແດ່, ແຂກຕ່າງປະເທດແດ່ , ປົກກະຕິລາຄາຈະເປັນເງິນໂດລາ.ລາຄາຕຳໝາກຫຸ່ງຈະຢູ່ ປະມານ 5 -8$.ເນື່ອງຈາກແຂກນັກທ່ອງທ່ຽວກ່ອນໂຄວິດຈະມີຕ່າງປະເທດຫລາຍ.
ຮ້ານອາຫານລະດັບກາງຂຶ້ນໄປຫາສູງແລະໂຮງແຮມລາຄາໃນເມນູຈະເປັນໂດລາ.ແຕ່ອັດຕາແລກປ່ຽນຕອນນັ້ນ ຢູ່ທີ່ 1$=8.500 -9000ກີບ.ລາຄາກໍ່ບໍ່ໜ້າຕົກໃຈປານໃດ.ຍົກຕົວຢ່າງ. ກ່ອນໂຄວິດ 1.ເບຍຮ້ານທຳມະດາ 1 ຂວດ 10.000ກີບ. ຮ້ານອາຫານຫຼູຫຼືໂຮງແຮມ4ດາວຂຶ້ນໄປ ເບຍ ຂວດລະ 4$ ຫຼື 32.000 ຫາ 36.000ກີບ -ຫຼັງໂຄວິດເບຍຮ້ານທຳມະດາ 15.000ກີບ. – ຮ້ານອາຫານຫຼູຫຼືໂຮງແຮມ4ດາວຂຶ້ນໄປ ເບຍຂວດລະ 4$ ຫຼື68.000 ຫາ 72.000ກີບ(ອັດແລກປ່ຽນ 1$=17.000 ຫາ 18.000ກີບ).
2.ກໍລະນີຕຳໝາກຫຸ່ງທີ່ເປັນກະແສໃນໂລກອອນລາຍ ຖ້າ ເມື່ອກ່ອນຄົກລະ 5$ = 45.000ກີບ. ແຕ່ປະຈຸບັນ 5$×18.000= 90.000ກີບ. ຕາມຄວາມເຫັນຂອງຂ້າພະເຈົ້າ ຫຼວງພະບາງມີຼາກຫຼາຍຮ້ານທີ່ເຮົາສາມາດໄປກິນໄດ້ຕາມຄວາມສາມາດຂອງເງິນໃນກະເປົາເຮົາແລະຕ້ອງຖາມຕົວເອງວ່າເຮົາຢາກໄດ້ຫຍັງບໍ່ແມ່ນວ່າເຫັນດາລາໄປບ່ອນຫຼູກໍເຫີ່ປນຳ.
ເຫັນບິນລະລົງໂຊຊຽວປະຈານເວົ້າລວມເປັນ”ຫຼວງພະບາງ”. ສະຫຼຸບແລ້ວຜູ້ໂພສເວົ້າມາທັງໝົດບັນຫາມັນຢູ່ທີ່ຄິດໄລ່ເປັນມາດຖານເງິນໂດລາ ຖ້າຫາກຄິດໄລ່ເປັນເງິນກີບກໍຈົບເລື່ອງ.
ຄຳຄົ້ນຫາດຣາມ່າຕຳໝາກຫຸ່ງ ແຊຂຶ້ນ Facebook ແຊຂຶ້ນ Twitter