ສານຈີນຕັດສິນໃຫ້ ອະດີດຜູ້ບັນຊາການຕຳຫລວດນະຄອນຊຽງໄຮ້ ຮັບໂທດຕິດຄຸກຕະຫລອດຊີວິດ ຈາກຄວາມຜິດຂໍ້ຫາຮັບສິນບົນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ສານຈີນຕັດສິນໃຫ້ ອະດີດຜູ້ບັນຊາການຕຳຫລວດນະຄອນຊຽງໄຮ້ ຮັບໂທດຕິດຄຸກຕະຫລອດຊີວິດ ຈາກຄວາມຜິດຂໍ້ຫາຮັບສິນບົນ.

ວັນທີ 22 ກັນຍາ 2022, ສຳນັກຂ່າວຊິນຮົວລາຍງານວ່າ: ສານປະຊາຊົນຊັ້ນກາງ ຢູ່ເມືອງຖັງຊານ ໃນມົນທົນເຫີເປຍ ທາງຕອນເໜືອຂອງຈີນ ມີຄຳພິພາກສາໃນວັນທີ 21 ກັນຍາຜ່ານມາ

ໃຫ້ທ່ານ ກົງ ເຕົ້າອັນ ອະດີດຮອງເຈົ້າເມືອງ ແລະ ຜູ້ບັນຊາການຕຳຫລວດນະຄອນຊຽງໄຮ້ ເຊິ່ງເປັນເມືອງໃຫຍ່ທີ່ສຸດໃນພາກຕາເວັນອອກຂອງຈີນ ຮັບໂທດຕິດຄຸກຕະຫລອດຊີວິດ ຂໍ້ຫາຮັບສິນບົນ.

ຂະນະດຽວກັນ, ທ່ານ ກົງ ເຕົ້າອັນ ຖືກຕັດສິດທາງການເມືອງຕະຫລອດຊີວິດ ແລະ ຖືກຢຶດຊັບສິນສ່ວນຕົວທັງໝົດ, ສ່ວນຜົນປະໂຫຍດທີ່ບໍ່ຖືກຕ້ອງຕາມກົດໝາຍຈາກການຮັບສິນບົນ ແລະ ດອກເບ້ຍທີ່ໄດ້ຮັບຕາມມາຖືກຮຽກຄືນ ແລະ ສົ່ງເຂົ້າຄັງຂອງແຜ່ນດິນ.

ທັງນີ້, ທ່ານ ກົງ ເຕົ້າອັນ ໃຊ້ປະໂຫຍດຈາກຫລາຍຕຳແໜ່ງ ເຊິ່ງທ່ານເຄີຍໄດ້ຮັບການແຕ່ງຕັ້ງ ທັງໃນມົນທົນຫູເປຍ ແລະ ເທສະບານຊຽງໄຮ້ ເພື່ອຊ່ວຍເຫລືອຜູ້ອື່ນໃນເລື່ອງຕ່າງໆ ເຊິ່ງລວມທັງການດຳເນີນທຸລະກິດ,

ການເຮັດສັນຍາໂຄງການກໍ່ສ້າງ, ການແກ້ໄຂຄະດີ ແລະ ການເລື່ອນຕຳແໜ່ງ ໂດຍໄດ້ຮັບເງິນ ແລະ ຂອງມີຄ່າ ລວມມູນຄ່າປະມານ 73,43 ລ້ານຢວນ ເປັນການຕອບແທນ.

ຖະແຫລງການຂອງສານປະຊາຊົນລະບຸອີກວ່າ: ສິນບົນທີ່ທ່ານ ກົງ ເຕົ້າອັນ ໄດ້ຮັບທັງໝົດມີມູນຄ່າມະຫາສານ ແລະ ການກໍ່ອາດຊະຍາກຳຂອງທ່ານ “ຮ້າຍແຮງ” ເນື່ອງຈາກສ້າງຄວາມສູນເສຍຄັ້ງໃຫຍ່ຕໍ່ລັດ ແລະ ປະຊາຊົນ.

ເຖິງຢ່າງໃດກໍຕາມ, ຈຳເລີຍໄດ້ຮັບການຫລຸດໂທດເປັນການຕິດຄຸກ ເນື່ອງຈາກ “ໃຫ້ການຮັບສາລະພາບຢ່າງຊື່ສັດ” ຕະຫລອດການສອບສວນ, ສະແດງຄວາມສຳນຶກຜິດ ແລະ ໃຫ້ການຮ່ວມມືໃນການຄືນຜົນປະໂຫຍດທີ່ຜິດກົດໝາຍທັງໝົດ.

Related Posts

Leave a Reply

Your email address will not be published. Required fields are marked *