Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຄືບໜ້າ: ກໍລະນີພົບມີຜູ້ເສຍຊີວິດໃນລົດ ຢູ່ບ້ານໂພນພະເນົາ ເມືອງໄຊເສດຖາ
ຂ່າວໜັງສືພິມຄວາມສະຫງົບ ລາຍງານໃຫ້ຮູ້ຕື່ມວ່າ: ຕໍ່ກັບເຫດການ ມີຄົນຖືກຍິງເສຍຊີວິດຢູ່ໃນລົດຈິບ ຟໍຈູນເນີ ໝາຍເລກທະບຽນ ຮຣ 5345 ກຳແພງນະຄອນ ຢູບ້ານໂພນພະເນົາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຕອນເຊົ້າຂອງວັນທີ 2 ຕຸລາ 2022.

ຫຼ້າສຸດ, ເຈົ້າໜ້າທີ່ ປກສ ກຸ່ມ 1 ຈອມມະນີ ລາຍງານວ່າ: ເວລາ 12:30 ໂມງ ຂອງວັນທີ 2 ກັນຍາ 2022, ທາງບ້ານໂພນພະເນົາ ໄດ້ຮັບແຈ້ງທາງໂທລະສັບວ່າ ມີຄົນຖືກປືນຍິງເສຍຊີວິດຄາລົດ,
ຈາກນັ້ນ, ທາງອົງການປົກຄອງບ້ານໂພນພະເນົາ ແລະ ປກສ ກຸ່ມຈອມມະນີ ພ້ອມດ້ວຍເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ໄປຈຸດເກີດເຫດຢູ່ທາງຮ່ອມໜ່ວຍ 1 ບ້ານໂພນພະເນົາ ໄດ້ພົບຟໍຈູນເນີ ໝາຍເລກທະບຽນ ຮຣ 5345 ກຳແພງນະຄອນ ຍັງຕິດຈັກຢູ່
ແລ້ວມີຜູ້ຊາຍໜຶ່ງຄົນນັ່ງຢູ່ທາງເບາະໜ້າເບື້ອງຄົນຂັບ ຖືກປືນຍິງເຂົ້າຂະໝັບເບື້ອງຂວາທະລຸເບື້ອງຊ້າຍເສຍຊີວິດຄາລົດ.

ຜູ້ເສຍຊິວິດເປັນເພດຊາຍ ອາຍຸ 28 ປີ ຢູ່ບ້ານໂພນສະຫວັນ ນະຄອນໄກສອນ ແຂວງສະຫວັນນະເຂດ ພັກເຊົາຢູ່ບ້ານໂພນພະເນົາ.
ຈຸດເກີດເຫດ ແມ່ນຫ່າງຈາກເຮືອນຜູ້ກ່ຽວອາໄສຢູ່ໃນປັດຈຸບັນປະມານ 250-300 ແມັດ.
ເລື່ອງນີ້ຍັງບໍ່ຢືນຢັນວ່າເປັນການຄາຕະກຳ ຫຼື ການຂ້າໂຕເອງຕາຍ ເພາະຈາກການລາຍງານເຈົ້າໜ້າທີ່ເບື້ອງຕົ້ນພົບເຫັນປືນສັ້ນ ຊີແຊັດ 75. 9 ມມ 1 ກະບອກ ວາງຢູ່ວ່າງຂາ ມີລູກປືນໃນລຳກ້ອງ 1 ນັດ ແລະ ມີລູກປືນຢູ່ເບາະນັ່ງເບື້ອງຄົນຂັບ 4 ລູກ ແລະ ເບາະຂ້າງຄົນຂັບ 4 ລູກ ແລະ ຢູ່ໃນຕັບໂລ້ລົດອີກຈຳນວນໜຶ່ງ.
ລົດແມ່ນລັອກປະຕູທາງດ້ານໃນ ແລະ ບໍ່ມີຮ່ອງຮອຍກະສູນຈາກດ້ານນອກລົດ. ສ່ວນປະຕູຫຼັງຊ້າຍແມ່ນຫຼານຂອງຜູ້ເສຍຊີວິດເອົາກ້ອນຫີນທຸບເພື່ອເປີດປະຕູ.
ຂ່າວ: ໜັງສືພິມຄວາມສະຫງົບ