Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ອອກແຈ້ງການເຖິງບໍລິສັດ ລາວຊິນຫຼົງ ຂຸດຄົ້ນບໍ່ແຮ່ ໃຫ້ໂຈະກິດຈະການຊົ່ວຄາວ ເພື່ອປັບປຸງຂໍ້ບົກພ່ອງ ຫາກປັບປຸງບໍ່ໄດ້ຈະໃຫ້ປິດຖາວອນ
ວັນທີ 22 ກັນຍາ 2022 ຜ່ານມານີ້ ກົມຄຸ້ມຄອງບໍ່ແຮ່, ກະຊວງພະລັງງານ ແລະ ບໍ່ແຮ່ ອອກແຈ້ງການເຖິງບໍລິສັດ ລາວຊິນຫຼົງ ຂຸດຄົ້ນບໍ່ແຮ່ ໃຫ້ໂຈະກິດຈະການຊົ່ວຄາວ ເພື່ອປັບປຸງຂໍ້ບົກພ່ອງ ລາຍລະອຽດດັ່ງນີ້:
ໃຫ້ບໍລິສັດ ລາວຊິນຫຼົງ ບຸກເບີກອຸດສາຫະກໍາບໍ່ແຮ່ ຈໍາກັດ ໂຈະຊົ່ວຄາວ ການຈັດຕັ້ງປະຕິບັດວຽກງານການຂຸດຄົ້ນແຮ່ຄໍາ ຢູ່ເຂດບ້ານຕອງ ແລະ ບ້ານຈອມຊາງນໍ້າເຢັນ ເມືອງປາກແບງ ແຂວງອຸດົມໄຊ ຍ້ອນວ່າມີອຸປະຕິເຫດ ເກີດຂຶ້ນຫຼາຍຄັ້ງເປັນກໍລະນີຊໍ້າໆກັນ ຊຶ່ງສ້າງຜົນກະທົບຕໍ່ຊີວິດ ແລະ ຊັບສິນ. ໃນໄລຍະຜ່ານມາກົມຄຸ້ມຄອງບໍ່ແຮ່ກໍໄດ້
ລົງກວດກາ, ຕິດຕາມ, ໃຫ້ຄໍາແນະນໍາ ແລະ ມີບົດບັນທຶກຮ່ວມກັບບໍລິສັດຫຼາຍຄັ້ງ ພ້ອມນີ້ກໍໄດ້ອອກແຈ້ງເຕືອນໃຫ້ບໍລິສັດໄດ້ປັບປຸງຂໍ້ບົກພ່ອງດັ່ງກ່າວແລ້ວ ແຕ່ເຫັນວ່າບໍລິສັດກໍ່ຍັງບໍ່ທັນປັບປຸງ ແລະ ແກ້ໄຂບັນຫາ ດັ່ງກ່າວໃຫ້ດີຂຶ້ນເທົ່າທີ່ຄວນ. ສະນັ້ນ, ໃຫ້ບໍລິສັດໂຈະຊົ່ວຄາວການຂຸດຄົ້ນແຮ່ຄໍາຢູ່ພາກສະຫນາມສາກ່ອນຈົນກວ່າ ຈະໄດ້ຮັບ
ການປັບປຸງ ແລະ ແກ້ໄຂລະບົບຮັກສາຄວາມປອດໄພຢູ່ພາຍໃນບໍລິສັດໃຫ້ສອດຄ່ອງຕາມກົດຫມາຍວ່າ ດ້ວຍແຮ່ທາດໄດ້ກໍານົດໄວ້ໃນມາດຕາ 94 ກ່ຽວກັບມາດຕະການຮັບປະກັນຄວາມປອດໄພ ແລະ ສຸຂະພາບຂອງ ຜູ້ອອກແຮງງານ ເພື່ອຮັບປະກັນບໍ່ໃຫ້ອຸປະຕິເຫດເກີດຂຶ້ນຕື່ມອີກ. ສ່ວນວຽກງານການສໍາຫຼວດ, ການກໍ່ສ້າງ, ການປຸງແຕ່ງແຮ່ຄໍາ (ແຮ່ຄ້າງສາງ), ການຈໍາໜ່າຍ, ວຽກງານປົກປັກຮັກສາສິ່ງແວດລ້ອມ ແລະ ວຽກງານອື່ນໆແມ່ນໃຫ້ດໍາເນີນການເປັນປົກກະຕິ.
ມອບໃຫ້ໜ່ວຍລັດຖະບານປະຈໍາພາກສະຫນາມຂອງໂຄງການສົມທົບກັບພາກສ່ວນກ່ຽວຂ້ອງຂອງແຂວງຕິດຕາມ,ກວດກາການຈັດຕັ້ງປະຕິບັດວຽກງານຂອງບໍລິສັດ ຕາມຂໍ້ 1 ຂອງແຈ້ງການສະບັບນີ້ ແລະ ບົດແນະນໍາຂອງຄະນະກໍາມະການກວດກາໃນໄລຍະຜ່ານມາ ແລ້ວລາຍງານມາຍັງກົມຄຸ້ມຄອງບໍ່ແຮ່ ເພື່ອຊາບເປັນແຕ່ລະໄລຍະ.
ໃນກໍລະນີຫາກບໍລິສັດບໍ່ເອົາໃຈໃສ່ປັບປຸງຂໍ້ບົກພ່ອງທີ່ກ່າວມາຂ້າງເທິງນັ້ນ ແລະ ບໍ່ສາມາດແກ້ໄຂບັນຫາຄົງຄ້າງ ດັ່ງກ່າວໄດ້ຢ່າງຂາດຕົວ, ກົມຄຸ້ມຄອງບໍ່ແຮ່ ມີຄວາມຈໍາເປັນຕ້ອງໄດ້ຖອນໃບອະນຸຍາດຂຸດຄົ້ນບໍ່ແຮ່ ແລະ ໃບອະນຸຍາດດໍາເນີນກິດຈະການໂຮງງານປຸງແຕ່ງແຮ່ຄໍາ (ຕາມແຈ້ງການສະບັບເລກທີ 682/ພຈ,ກຄບ5, ລົງວັນທີ 22 ກຸມພາ 2022).
ພາຍຫຼັງບໍລິສັດ ສໍາເລັດການແກ້ໄຂຂໍ້ບົກພ່ອງທີ່ກ່າວມາຂ້າງເທິງນັ້ນແລ້ວ ໃຫ້ບໍລິສັດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານດັ່ງກ່າວມາຍັງກົມຄຸ້ມຄອງບໍ່ແຮ່ ເພື່ອຊາບ ແລະ ລາຍງານໄປຍັງການນໍາກະຊວງ ເພື່ອພິຈາລະນາໃຫ້ບໍລິສັດສາມາດສືບຕໍ່ດໍາເນີນໂຄງການໃນຂັ້ນຕອນຕໍ່ໄປ.
ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມການຊີ້ນໍາຂອງການນໍາກະຊວງດ້ວຍ.