ເຈົ້າຂອງເຮືອນສຸດເສຍໃຈ! ທະນາຄານຍຶດເຮືອນຜິດຫຼັງທຳລາຍຊັບສິນໝົດກ້ຽງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ເຈົ້າຂອງເຮືອນສຸດເສຍໃຈ! ທະນາຄານຍຶດເຮືອນຜິດຫຼັງທຳລາຍຊັບສິນໝົດກ້ຽງ

ເຈົ້າຂອງບ້ານຮ້ອງຮຽນວ່າ ຖືກທະນາຄານຍຶດເຮືອນ ແຕ່ເປັນການຍຶດຜິດຫຼັງ ໂດຍທີ່ຖືກເຮືອນຫຼັງທີ່ຖືກຍຶດນັ້ນ ບໍ່ໄດ້ມີສ່ວນກ່ຽວຂ້ອງກັບການຖືກຟ້ອງຮ້ອງແຕ່ຢ່າງໃດ

ທີ່ສຳຄັນຊັບສິນພາຍໃນເຮືອນຖືກນຳໄປທຳລາຍຖິ້ມຫຼາຍລາຍການ ຕົ້ນໄມ້ຖືກຕັດຖິ້ມຈົນກ້ຽງ, ຮູບຄອບຄົວທີ່ເຄີຍຖ່າຍໄວ້ເປັນຂອງທີ່ມີມູນຄ່າທາງຈິດໃຈ ກໍຖືກນຳໄປຖິ້ມພ້ອມ ຜູ້ເສຍຫາຍ

ຈຶ່ງກຽມຢື່ນຟ້ອງຮ້ອງຕໍ່ທະນາຄານແຫ່ງນີ້
ມີຜູ້ເສຍຫາຍທ່ານໜຶ່ງໄດ້ເຂົ້າຮ້ອງຮຽນວ່າ ຕົນມີເຮືອນຢູ່ໝູ່ບ້ານແຫ່ງໜຶ່ງເຊິ່ງໄດ້ມີຜູ້ຮັບເໝົາເຂົ້າມາຮື້ຊັບສິນພາຍໃນບ້ານຂອງຕົນອອກໄປຈົນໝົດກ້ຽງ ເຫຼືອແຕ່ບ່ອນໂລ່ງໆ ບໍລິເວນພາຍນອກກໍຕັດຕົ້ນໄມ້, ຮື້ກັນສາດ ຍົກສິ່ງຂອງອອກໄປບໍ່ເຫຼືອແລະຕິດປ້າຍປະກາດຊັບສິນຂອງທະນາຄານຫ້າມບຸກຮຸກ

ຈົນມີເພື່ອນບ້ານເຫັນປ້າຍປະກາດຂາຍ ຈຶ່ງຕິດຕໍ່ທາງທະນາຄານໄປເພື່ອຈະຂໍຊື້ ຈຶ່ງຮູ້ວ່າໃນປະກາດເປັນບ້ານອີກຫຼັງໜຶ່ງ ເພື່ອນບ້ານຈຶ່ງໂທໄປແຈ້ງເລື່ອງນີ້ກັບເຈົ້າຂອງບ້ານເພື່ອຖາມວ່າ “ ຈະຂາຍເຮືອນຫວາ ເຫັນຄົນມາຮື້ເຮືອນ ແລະຕິດປ້າຍທະນາຄານ”

ເຈົ້າຂອງເຮືອນພໍໄດ້ຍິນແບບນັ້ນກໍຕົກໃຈຫຼາຍ ຈຶ່ງຮີບເດີນທາງມາເບິ່ງ ກໍພົບວ່າເຮືອນບໍ່ເຫຼືອຫຍັງເລີຍ ເຂົ້າຂອງເຄື່ອງໃຊ້ ຕົ້ນໄມ້ຖືກເກັບຖິ້ມທຳລາຍໝົດປະຕູເຮືອນກໍຖືກລັອກໄວ້ດ້ວຍກະແຈຂອງທະນາຄານ ຈຶ່ງໄດ້ລົງບັນທຶດແຈ້ງຄວາມໄວ້.

ຫຼັງຈາກນັ້ນທາງທະນາຄານໄດ້ມາຂໍໂທດແລະຮັບຜິດຊອບ ແລະໄດ້ຕົກລົງຄ່າເສຍຫາຍປະເມີນໄວ້ 2ລ້ານບາດ.(ຂ່າວຈາກປະເທດເພື່ອນບ້ານ)

Related Posts

Leave a Reply

Your email address will not be published. Required fields are marked *