ແນວນີ້ກໍ່ມີເນາະ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ແບບນີ້ກໍ່ມີ! ຕິດໜີ້ຈັດງານແຕ່ງຍິ່ງໃຫຍ່ ລ້ຽງອາຫານແຂກໝົດ100ປາຍລ້ານ

ຮຽກໄດ້ວ່າເປັນອີກເລື່ອງໜຶ່ງທີ່ຖືກວິຈານຢ່າງໜັກ ເມື່ອເວັບໄຊຕ໌ຕ່າງປະເທດລາຍງານວ່າ ເກີດປະເດັນວິພາກວິຈານຢ່າງໜັກໃນມາເລເຊຍ ເມື່ອຄູ່ຮັກຄູ່ໜຶ່ງໄດ້ຈັດງານແຕ່ງອະລັງການ ພ້ອມກັບລ້ຽງອາຫານແຂກໃນງານໝົດກວ່າ 2ແສນບາດ ສຸດທ້າຍຖືກແສວິລະກຳຫຼັງເຮັດໃຫ້ຄົນອື່ນເດືອດຮ້ອນ

ໂດຍລາຍງານວ່າຄູ່ຮັກດັ່ງກ່າວໄດ້ຈັດງານແຕ່ງຢ່າງໃຫຍ່ໂຕ ພ້ອມເລືອກອາຫານທີ່ມີລາຄາສູງໃນການລ້ຽງແຂກ ບໍ່ວ່າຈະເປັນຊີ້ແກະ 2ໂຕ, ອາຫານສຳລັບແຂກ 1.850ຄົນ,

ອາຫານສຳລັບເຈົ້າສາວແລະເຈົ້າບ່າວ, ອາຫານເມນູພິເສດ 5ຊຸດ ແລະນ້ຳສົ້ມ 1.000ຕຸກ ໂດຍທັງໝົດຄິດເປັນມູນຄ່າ 26.000ລັງກິດ ( ຫຼືປະມານ 209.000ບາດ)

ທັ້ງນີ້ຫຼັງຈາກມີການສະຫຼຸດຍອດຄ່າໃຊ້ຈ່າຍທາງບໍລິສັດຈັດລ້ຽງໄດ້ຂໍໃຫ້ຄູ່ຮັກວາງເງິນມັດຈຳຫຼາຍຄັ້ງ ເຊິ່ງທັງສອງຢືນຢັນວ່າຈະຈ່າຍເງິມເຕັມຈຳນວນຫຼັງຈາກແລ້ວງານແຕ່ງ

ແຕ່ຫຼັງຈາກງານແຕ່ງງານຍິ່ງໃຫຍ່ຄັ້ງນີ້ຈົບລົງ ຄູ່ບ່າວສາວໄດ້ຈ່າຍແຊັກໃຫ້ກັບທາງບໍລິສັດຈັດລ້ຽງ ແຕ່ກັບເປັນແຊັກເດັ້ງ ທະນາຄານບໍ່ສາມາດຈ່າຍເງິນສົດໃຫ້ໄດ້

ແນວໃດກໍ່ຕາມທັງສອງອ້າງວ່າຂໍເວລາ 2ເດືອນເພື່ອຈັດການຄ່າໃຊ້ຈ່າຍທັງໝົດ ແຕ່ຜ່ານມາດົນເຖິງ 10ເດືອນ ທາງບໍລິສັດກໍຍັງບໍ່ໄດ້ເງິນຈັກໜ້ອຍ ສ້າງຄວາມເສຍຫາຍໃຫ້ກັບບໍລິສັດດັ່ງກ່າວຫຼາຍ.

Related Posts

Leave a Reply

Your email address will not be published. Required fields are marked *