Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລົດໂດຍສານ ເສຍຫລັກຕົກລົງເຫວ ໃນອິນເດຍ ມີຜູ້ເສຍຊີວິດ25ຄົນ
ຕາມຂ່າວຈາກ ນີວແດນລີ,ວັນທີ5 ຕຸລານີ້,ເກີດອຸບັດເຫດ ລົດໂດຍສານ ບັນທຸກແຂກ ມາແຕ່ ງານແຕ່ງດອງ ໄດ້ເສຍຫລັກ ຕົກລົງເຫວເລິກ 500ແມັດ ໃນລັດ ອຸດຕຣາຂັນ ທາງພາກເໜືອ ຂອງອິນເດຍ

ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 25ຄົນ ແລະ ບາດເຈັບ 20ຄົນ ຈາກຜູ້ໂດຍສານ ທັງໝົດ 45ຄົນ.ຂະນະທີ່ ທ່ານ ເຣນທຣາ ໂມດີ,ນາຍົກລັດຖະມນຕີ ອິນເດຍ ລະບຸຜ່ານ ທະວິດເຕີວ່າ:
ປັດຈຸບັນ ໄດ້ສັ່ງໃຫ້ ໜ່ວຍງານ ທີ່ກ່ຽວຂ້ອງ ລົງພື້ນທີ່ ຊ່ວຍເຫລືອຜູ້ໄດ້ຮັບຜົນກະທົບຢ່າງຮີບດ່ວນ ແລະ ໄດ້ສະແດງຄວາມເສຍໃຈ ຕໍ່ຄອບຄົວຂອງຜູ້ເສຍຊີວິດ ຈາກອຸບັດເຫດດັ່ງກ່າວ

./. (ພາກຂ່າວ: ຕ່າງປະເທດ)
ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ
ຂປລ