Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ປີນີ້! ໃຫ້ສິດພິເສດສິນຄ້າໂອດ໊ອບ ແລະ ບັນດາຄອບຄົວຕົວແບບ ເພື່ອຊ່ວຍສົ່ງເສີມການຜະລິດພາຍໃນ
ຄະນະກໍາມະການຈັດງານບຸນອອກພັນສາ ແລະ ຊ່ວງເຮືອ ທີ່ທ່າວັດຈັນ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ ປະຈໍາປີ 2022 ໄດ້ໃຫ້ສິດທິພິເສດແກ່ບັນດາຄອບຄົວຕົວແບບ ແລະ ສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ (ໂອດ໊ອບ)
ນໍາເອົາສິນຄ້າຂອງຕົນມາວາງສະແດງຂາຍພາຍໃນງານຄັ້ງນີ້ ເພື່ອປະກອບສ່ວນຊຸກຍູ້ສົ່ງເສີມການຜະລິດພາຍໃນ.
ສະເພາະສິນຄ້າຈາກບັນດາຄອບຄົວຕົວແບບ ແລະ ສິນຄ້າໂອດ໊ອບ ໄດ້ຈັດສັນໃຫ້ຂາຍເປັນເຂດສະເພາະ ແລະ ຫຼຸດຄ່າເຊົ່າຮ້ານເພື່ອຂາຍສິນຄ້າ ຄື: ສິນຄ້າຈາກຄອບຄົວຕົວແບບ ຄ່າເຊົ່າຮ້ານລະ 1 ລ້ານກີບ ແລະ ສິນຄ້າໂອດ໊ອບ ຮ້ານລະ 7 ແສນກີບ.
ນອກຈາກນີ້ ແມ່ນຫ້າມເອົາຜະລິດຕະພັນທີ່ຮຽນແບບສິ້ນລາວ ຫລື ເຄື່ອງນຸ່ງລາວມາຈໍາໜ່າຍ, ຫ້າມວາງສະແດງຂາຍສິນຄ້າ ຫລື ເອົາເຄື່ອງສຽງອອກມາໂຄສະນາຂາຍສິນຄ້ານອກຂອບເຂດຮ້ານຂອງຕົນເກີນຂອບເຂດ ແລະ ອື່ນໆ.
ທີ່ມາ: FM 90 ລາຍງານ