Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຕຳຫຼວດປອມຂື້ນໂຮງພັກສັ່ງໃຫ້ຕຳຫຼວດແທ້ວິດພື້ນ 20 ຄັ້ງ ສຸດທ້າຍໂປ໊ະແຕກໄດ້ຍ່າງເຂົ້າຫ້ອງຂັງ
‘ຕຳຫຼວດປອມ’ ສວມໃສ່ເຄື່ອງແບບຕິດຍົດ ‘ພັນຕຳຫຼວດຕີ’ຂື້ນໂຮງພັກສະຖານີຕຳຫຼວດດີນແດງ ລາຍງານຕົວຮັບຕຳແຫນ່ງໃຫມ່.
ຈາກເຟສບຸ໊ກ”คุยข่าว เล่าความ” ໂພສພາບພ້ອມລະບຸວ່າ “ປອມຕົວເປັນນາຍຕຳຫຼວດຍົດພັນຕຳຫຼວດຕີ ຍ່າງສ່າຍ…ອາດ..ອາດ..ມາລາຍງານຕົວຮັບຕຳແຫນ່ງທີ່ສະຖານີຕຳຫຼວດດີນແດງ
.ຍ່າງເຂົ້າໄປໃນຫ້ອງສອບສວນ..ຊີ້ນິ້ວສັ່ງທຳໂທດພະນັກງານສອບສວນ..ວິດພື້ນ.
.ຕຳຫຼວດໃນຫ້ອງເຫັນທ່າທີແປກໆ ຈຶ່ງຂໍກວດສອບປະກົດວ່າເປັນຕຳຫຼວດປອມ.
*ພົນຕຳຫຼວດອັດທະພອນ ວົງສິຣິປຣີດາ ຜູ້ບັງຄັບການຕຳຫຼວດນະຄອນບານ1ໄດ້ຮັບລາຍງານຈາກ ພັນຕຳຫຼວດເອກວັດຊະຣະພົນ ສຸວະນັນທະວົງຜູ້ກຳກັບການ ສະຖານີຕຳຫຼວດດີນແດງ ວ່າຊ່ວງເຊົ້າທີ່ຜ່ານມາຂະນະທີ່ ຣ້ອຍຕຳຫຼວດໂທ ນັດຖະວຸດ ອັນຊູຣິດ ກຳລັງປະຕິບັດຫນ້າທີ່ຢູ່ເທີງໂຮງພັກດີນແດງ.
ປະກົດວ່າມີຊາຍແຕ່ງເຄື່ອງແບບຕຳຫຼວດຕິດຍົດພັນຕຳຫຼວດຕີ ຕິດປ້າຍຊື່ ຍ່າງເຂົ້າມາບອກວ່າຈະມາລາຍງານຕົວເຂົ້າຮັບຕຳແຫນ່ງໃຫມ່ ໂດຍລະບຸວ່າເປັນນັກຮຽນນາຍຮ້ອຍຕຳຫຼວດລຸ່ນ 75 ເຮັດໃຫ້ຕຳຫຼວດທີ່ຢູ່ໃນເຫດການເບີ່ງວ່າ
ຫາກຈົບລຸ່ນດັ່ງກ່າວ ບໍ່ຫນ້າຈະຕິດຍົດພັນຕຳຫຼວດຕີ ປະກອບກັບຕອນນີ້ບໍ່ມີການແຕ່ງຕັ້ງຮັບຕຳແຫນ່ງໃຫມ່ແຕ່ຢ່າງໃດ ຈຶ່ງລາຍງານຜູ້ບັງຄັບບັນຊາຊາບ ພ້ອມປະສານງານຕຳຫຼວດ ຝ່າຍສືບສວນທຳການກວດສອບ.
ເມື່ອສອບຖາມຜູ້ກ່ຽວວ່າ ເປັນຕຳຫຼວດຈາກຫນ່ວຍໃດຊາຍຜູ້ນີ້ກັບບໍ່ຕອບ ແລະ ມີທ່າທີພິລຸດຈາກນັ້ນໄດ້ຂໍກວດສອບບັດປະຈຳຕົວຂ້າຣາຊະການຕຳຫຼວດ ກ່ອນຜູ້ກ່ຽວຈະຍອມຮັບວ່າ”ບໍ່ມີ”
ຕໍ່ມາຜູ້ກ່ຽວຍອມຮັບວ່າຊື່ທ້າວຄຳຝົນ(นายคำฝน) ອາຍຸ 30 ປີ ບໍ່ໄດ້ເປັນຕຳຫຼວດແທ້ ປົກກະຕິເຮັດວຽກຮັບຈ້າງທົ່ວໄປ ແຕ່ຢາກເປັນຕຳຫຼວດຈຶ່ງໄປຊື້ເຄື່ອງແບບ ແລະ ເຄື່ອງຫມາຍມາສວມໃສ່ທາງຕຳຫຼວດຈຶ່ງທຳການກັກຕົວໄວ້.
ເບື້ອງຕົ້ນແຈ້ງຂໍ້ຫາແຕ່ງເຄື່ອງແບບຕຳຫຼວດໂດຍບໍ່ມີສິດ.
ກ່ອນຈະນຳຕົວສົ່ງພະນັກງານສອບສວນສະຖານີຕຳຫຼວດດີນແດງດຳເນີນຄະດີຕາມກົດຫມາຍຕໍ່ໄປ.
ທັງນີ້ ລະຫວ່າງທີ່ຕຳຫຼວດທຳການສອບຖາມຜູ້ຕ້ອງຫາ ໄດ້ທຳທີຮັບນ້ອງໃຫມ່ໂດຍໃຫ້ທຳການອອກກຳລັງກາຍວິດພື້ນ ກ່ອນຜູ້ກ່ຽວຈະຍອມຮັບສາລະພາບທັງຫມົດ.
ຢ່າຫາເຮັດ
Cr:คุยข่าวเล่าความ(ໄທ)