ນ້ອງຄໍາໄໝ! ຈາກເລື່ອງໝາກຫຸ່ງໃນວັນຄູ ເຮັດໃຫ້ນ້ອງໄດ້ຮັບການສະໜັບສະໜູນຈາກສັງຄົມ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ນ້ອງຄໍາໄໝ! ຈາກເລື່ອງໝາກຫຸ່ງໃນວັນຄູ ເຮັດໃຫ້ນ້ອງໄດ້ຮັບການສະໜັບສະໜູນຈາກສັງຄົມ.

ເນື່ອງຈາກວັນຄູ ທີ່ເລື່ອງລາວເດັກນ້ອງຄົນໜຶ່ງ ໄດ້ເອົາໝາກຫຸ່ງໃຫ້ຄູ ເນື່ອງຈາກບໍ່ມີເງິນຊື້ສະບູເປັນຂອງຂັວນ ເລີຍເຮັດໃຫ້ສັງຄົມຢາກຊ່ວຍເຫຼືອສະໜັບສະໜູນການຮຽນນ້ອງ.

ປະຈຸບັນ, ໄດ້ມີການເປີດບໍລິຈາກໄປແລ້ວ ເຊິ່ງບັນດາຄູອາຈານ ແລະ ອຳນາດການປົກຄອງບ້ານ ໄດ້ນໍາເງິນບໍລິຈາກຈາກຜູ້ໃຈບຸນທີ່ເປີດຮັບບໍລິຈາກ ມາມອບໃຫ້ນ້ອງຄຳໄໝ

ເປັນຈໍານວນເງິນທັງໝົດ 5.900.000 ກີບ ແລະ ຍັງມີເຄື່ອງນຸ່ງທີ່ບໍລິຈາກມາ ແຕ່ຍັງມາບໍ່ຮອດ ເຊິ່ງຈະມີການມອບໃຫ້ນ້ອງພາຍຫຼັງຕື່ມອີກ.

ຂໍຂອບໃຈທຸກພາກສ່ວນທີ່ໃຫ້ການຊ່ວຍເຫືລອນ້ອງຄຳໄຫມ.ຕອນນີ້ໄດ້ປິດຮັບບໍລິຈາກແລ້ວ.ເງິນຈຳນວນດັ່ງກ່າວແມ່ນໃດ້ມອບໃຫ້ນ້ອງແລະຄອບຄົວແລ້ວ
ມີອຳນາດການປົກຄອງບ້ານແລະຄູ3ຄົນໃນໂຮງຮຽນມາມອບນຳ🙏🙏🙏

ເຄື່ອງນຸ່ງທີ່ທຸກທ່ານຝາກແມ່ນສິເອົາໃຫ້ນ້ອງຕາມຫລັງເພາະເຄື່ອງມາຫຍັງບໍ່ຮອດ

InsideLaos

Related Posts

Leave a Reply

Your email address will not be published. Required fields are marked *