Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລາຍງານຈາກ ປະຊາຊົນໃຫ້ຮູ້ວ່າ ວັນທີ 10 ຕຸລາ 2022 ເກີດອຸບັດຕິເຫດ ເຮືອຊ່ວງ ກັບຈາກການແຂ່ງຂັນ ໄປຕໍາແກ້ງ ເຮືອຫັກເຄິ່ງ ຄົນສູນຫາຍ 1 ຄົນ ເພດຊາຍ, ຈຸດເກີດເຫດແມ່ນ, ເຊໂດນ ເຂດ ແຊລະບໍາ ເມືອງຊະນະສົມບູນ ແຂວງຈໍາປາສັກ.
ມາຮອດຕອນນີ້ແມ່ນໄດ້ພົບສົບແລ້ວ ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດ ແລະ ຂໍໃຫ້ດວງວິນຍານໄປສູ່ສຸຂະຕິ🙏🏻
ເຫດການນີ້ 2🔥ເກີດອຸບັດຕິເຫດເຮືອຊ່ວງຍິງຫຼົ້ມ ທີ່ໄຊຍະບູລີ !!
ໃນຕອນແລງຂອງວັນທີ 10 ຕຸລາ 2022 ໃນການແຂ່ງຂັນເຮືອຊ່ວງເພດຍິງ ທີ່ເມືອງ ແລະ ແຂວງໄຊຍະບູລີ ໄດ້ເກີດອຸບັດຕິເຫດທີ່ບໍ່ຄາດຄິດຄື ເຮືອຊ່ວງເພດຍິງໄດ້ເກີດຫຼົ້ມໃນລະຫວ່າງການແຂ່ງຂັນ, ຕໍ່ກັບເຫດການດັ່ງກ່າວ ແມ່ນສາມາດຊ່ວຍຄົນໃນເຮືອລຳດັ່ງກ່າວໄດ້ທັງຫມົດ,
ແຕ່ຍັງມີ 4 ຄົນ ທີ່ມີອາການໜັກສົມຄວນ ຈົນຕ້ອງນໍາສົ່ງໂຮງໝໍເລັ່ງດ່ວນ ແລະ ມີແຈ້ງຜູ້ສູນຫາຍ 1 ຄົນ
ຫລ້າສຸດ ບຸກຄົນດັ່ງກ່າວ ໄດ້ນຳປີ່ນປົວຢູ່ໂຮງຫມໍ ຢ່າງປອດໄພ, ໃນຕອນເກີດເຫດ ມີການສົນລະວົນກັນເກີດຂຶ້ນ ທາງລູກສາວປາກົດວ່າ ບໍ່ພົບເຫັນແມ່ ຈິ່ງປະກາດຕາມຫາ.