Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຫາລືຄົ້ນຄວ້າຮ່າງນິຕິກໍາ ຖອນຄືນຂອງລັດຈາກພະນັກງານບຳນານ.
ໃນວັນທີ 10 ຕຸລາ 2022 ກະຊວງການເງິນ ໄດ້ຈັດກອງປະຊຸມປຶກສາຫາລືຄົ້ນຄວ້າຮ່າງນິຕິກໍາແນະນໍາການຈັດຕັ້ງປະຕິບັດການຖອນຄືນ ຊໍາລະຊະສາງລົດຂອງລັດ ທີ່ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານບໍານານ ທີ່ໄດ້ນໍາເອົາໄປໃຊ້ໃນໄລຍະຜ່ານມາ

ໂດຍການເປັນປະທານຂອງ ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ແລະ ທ່ານ ປອ ສົມກຽດ ພາສີ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການ ສນຍ, ມີຄະນະຮັບຜິດຊອບຄົ້ນຄວ້າຮ່າງນິຕິກໍາແນະນໍາ ຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ບຸນປອນ ວັນນະຈິດ ໄດ້ເນັ້ນໃຫ້ພ້ອມກັນປະກອບຄໍາຄິດເຫັນ ຕີແຕກໄດ້ບັນຫາຕ່າງໆແຕ່ຫົວທີ ໃນການສ້າງນິຕິກໍາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານ ໂດຍໃຫ້ກໍານົດວິທີການຢ່າງລະອຽດຈະແຈ້ງ

ໃນການຊໍາລະສະສາງ ການຖອນຄືນ, ກໍານົດເປົ້າໝາຍຢ່າງຊັດເຈນ ລະຫວ່າງ ລົດທີ່ພະນັກງານນໍາໃຊ້ປະຕິບັດໜ້າທີ່ ແລະ ລົດທີ່ພະນັກງານບໍານານນໍາໄປໃຊ້ ເພື່ອໄຈ້ແຍກໄດ້ແຕ່ລະປະເພດ ແລະ ພ້ອມກັນຄົ້ນຄວ້າຜັນຂະຫຍາຍ
ໃຫ້ມີຄວາມສອດຄ່ອງກັບດໍາລັດວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ, ລົງວັນທີ 29 ກັນຍາ 2021 ທີ່ສັງລວມໄວ້ກ່ຽວກັບນະໂຍບາຍຕ່າງໆ ໂດຍສະເພາະລົດທີ່ພະນັກງານບໍານານເອົາໄປນໍາໃຊ້ ໃນໄລຍະຜ່ານມາ ແລະ ໃຫ້ັເຫັນໄດ້ວຽກງານອື່ນໆ ທີ່ຕິດພັນອີກດ້ວຍ.

(ທີ່ມາ: ກະຊວງການເງິນ)