Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລົດບິນໄດ້ ທົດລອງບິນຢູ່ນະຄອນດູໄບ ດົນ 90 ນາທີ
ສຳນັກຂ່າວຣອຍເຕີ ລາຍງານໃນວັນທີ 12 ຕຸລາ 2022 ວ່າ: ລົດບິນໄດ້ ທີ່ສ້າງໂດຍ ບໍລິສັດ ຜະລິດລົດໄຟຟ້າຂອງຈີນ “ ສຽວເຜິງ ” ( Xpeng )
ໄດ້ທົດລອງບິນຕາມສາທາລະນະຄັ້ງທຳອິດໃນນະຄອນດູໄບ ສະຫະລັດອາຣັບເອເມເຣັດ ( UAE ), ໃນຂະນະທີ່ບໍລິສັດຜູ້ຜະລິດກຳລັງກຽມເປີດໂຕສູ່ຕະຫຼາດຕ່າງປະເທດໃນໄວໆນີ້.

ລົດລຸ້ນດັ່ງກ່າວໃຊ້ພະລັງງານໄຟຟ້າ ( ອີວີ ເທວ ) ມີ 2 ບ່ອນນັ່ງ ເຊິ່ງມີໃບພັດ 8 ໃບ ໂດຍການທົດລອງບິນຄັ້ງນີ້ ລົດສາມາດບິນໄດ້ນານເຖິງ 90 ນາທີ
ໂດຍບໍລິສັດຜູ້ຜະລິດເປີດເຜີຍວ່າ ການທົດລອງລົດລຸ້ນນີ້ຈະເປັນພື້ນຖານສຳຄັນ ສຳລັບການຜະລິດລົດບິນໄດ້ລຸ້ນຕໍ່ໆໄປ.

ທ່ານ ຊິວ ໝິນກວນ ຜູ້ຈັດການທົ່ວໄປຂອງ ບໍລິສັດ ສຽວເຜິງ ກ່າວວ່າ: ພວກເຮົາກຳລັງດຳເນີນການຕາມຂັ້ນຕອນ ເພື່ອໃຫ້ລົດລຸ້ນດັ່ງກ່າວນີ້ອອກສູ່ຕະຫຼາດຕ່າງປະເທດ, ການທົດລອງຄັ້ງນີ້
ພວກເຮົາໄດ້ເລືອກເອົານະຄອນດູໄບ ເນື່ອງຈາກວ່າເມືອງດັ່ງກ່າວນີ້ ເປັນເມືອງທີ່ມີນະວັດຕະກຳທັນສະໄໝທີ່ສຸດໃນໂລກ.