Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
+ສາເຫດທີ່ເງິນເຟີ້ໂລກພຸ່ງຂຶ້ນສູງໃນຊ່ວງປີນີ້ແມ່ນມາຈາກຫຼາຍສາເຫດຄື:
ຄວາມຕ້ອງການຊື້ເພີ່ມຂຶ້ນຫຼາຍຫຼັງຈາກເສດຖະກິດໂລກທະຍອຍຟື້ນໂຕ, ເຮັດໃຫ້ສິນຄ້າ ແລະ ບໍລິການຜະລິດມາໄດ້ບໍ່ພຽງພໍກັບຄວາມຕ້ອງການໃຊ້ຈ່າຍທີ່ອັດອັ້ນມາດົນ (Revenge Spending) ຈາກຊ່ວງລ໋ອກດາວທີ່ຜ່ານມາ ໂດຍສະເພາະຄົນທີ່ມີເງິນເກັບສະສົມໄວ້ຫຼາຍໃນຊ່ວງໂຄວິດ;

ຄຽງຄູ່ກັນນັ້ນ, ຕົ້ນທຶນການຜະລິດແພງຂຶ້ນຈາກລາຄາສິນຄ້າເຄື່ອງໃຊ້ຕ່າງໆໃນຕະຫຼາດໂລກທີ່ສູງຂຶ້ນຫຼາຍເຊັ່ນ: ກ໊າສທຳມະຊາດ, ນ້ຳມັນດິບ, ຖ່ານຫີນ, ເຫຼັກ, ທອງແດງ. ເພາະການຜະລິດຢຸດຊະງັກ ຫຼື ຊະລໍລົງໃນຊ່ວງໂຄວິດລະບາດຮຸນແຮງ;
ນອກຈາກນີ້, ຕົ້ນທຶນການຜະລິດທີ່ແພງຂຶ້ນຍັງມາຈາກບັນຫາຂໍ້ຈຳກັດດ້ານການຂົນສົ່ງສິນຄ້າ ແລະ ຂາດແຄນ semiconductor chip ໃນການຜະລິດສິນຄ້າເອເລັກໂທຣນິກທີ່ຄວາມຕ້ອງການຫຼາຍຂຶ້ນແຮງໃນຊ່ວງ Work From Home.

+ວິທີແກ້ໄລຍະສັ້ນ ແລະ ຍາວ:
ຖ້າເງິນເຟີ້ບໍ່ໄດ້ຮັບການແກ້ໄຂ ແລະ ຖ້າຫາກເງິນເຟີ້ເກີນສະພາກຳນົດເປັນເວລາດົນ ສິ່ງທີ່ເຮົາຕ້ອງຢ້ານຄື: ຜູ້ບໍລິໂພກເລີ່ມເລັ່ງໃຊ້ຈ່າຍເພາະຢ້ານເງິນເຟີ້ສູງ,
ຜູ້ຜະລິດປັບຂຶ້ນລາຄາສິນຄ້າໃນວົງກວ້າງ ແລະ ແຮງງານຮຽກຮ້ອງໃຫ້ຂຶ້ນຄ່າແຮງງານ ໂດຍສະເພາະໃນໝວດທີ່ຢູ່ອາໄສສູງຂຶ້ນ ແລະ ໃນໝວດອາຫານສູງຂຶ້ນຫຼາຍ ຜ່ານການນຳເຂົ້າທີ່ແພງຂຶ້ນ.
