ເຕືອນຝົນຕົກໜັກປະຈຳວັນທີ ວັນທີ 15 ຕຸລາ 2022 !

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


🔥 ແຈ້ງເຕືອນຝົນຕົກໜັກປະຈຳວັນທີ ວັນທີ 15 ຕຸລາ 2022 !!! ພາຍຸດີເປຼຊັນ Sonca ໄດ້ເຄື່ອນທີ່ຂຶ້ນຝັ່ງທາງພາກກາງຂອງປະເທດຫວຽດນາມ.

ຈາກນັ້ນຈະສືບຕໍ່ເຄື່ອນທີ່ຜ່ານເຂດພາກກາງ ແລະ ພາກໃຕ້ ຂອງປະເທດລາວ. ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ເກືອບທົ່ວໄປ ແລະ ຕົກໜັກ

ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກກາງ ແລະ ພາກໃຕ້ເຊັ່ນ: ແຂວງ ຄຳມ່ວນ, ສະຫວັນນະເຂດ, ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື.

ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອໍານາດການປົກຄອງທຸກພາກສ່ວນ ທີ່ອາໄສຢູ່ບັນດາແຂວງດັ່ງກ່າວ

ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ລົມພັດແຮງ ທີ່ຈະເຮັດໃຫ້ເກີດມີ ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊູ, ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້

ບ່ອນທີ່ປອດໄພ ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

Related Posts

Leave a Reply

Your email address will not be published. Required fields are marked *