ຈັບມືປູ້ນລົດໄດ້ 2 ຄົນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຈັບມືປູ້ນລົດໄດ້ 2 ຄົນ.

ເຈົ້າຫນ້າທີ່ ປກສ ເມືອງໄຊທານີ ນະຄອນຫລວງວຽງຈັນ ຈັບມືປຸ້ນລົດຈັກ ໄດ້ 2 ຄົນຊື່: ທ້າວ ພອນສະຫວັນ ຫຼື ຈ່ອຍ ຢູ່ບ້ານໜອງບົວທອງເໜືອ ເມືອງສີໂຄດຕະບອງ ແລະ ທ້າວ ພິມມະສອນ ຫຼື ແຫຼ້ ຢູ່ບ້ານຊ້າງຄູ້ ເມືອງໄຊທານີ.

ໃນເວລາ 3:00 ໂມງ ຂອງວັນທີ 12 ກັນຍາ 2022, ເຈົ້າຫນ້າທີ່ໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍວ່າ: ມີຄົນຮ້າຍ 2 ຄົນ ໃຊ້ປືນສັ້ນມາປຸ້ນເອົາລົດຈັກ ຈາກນັ້ນ ປກສ ເມືອງໄຊທານີ ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງຈຶ່ງສາມາດກໍານົດໄດ້ເປົ້າໝາຍ ແລະ ຈັບຕົວຜູ້ກ່ຽວທັງສອງ ຢູ່ຫ້ອງແຖວ ບ້ານດ່ານຊ້າງ ເມືອງໄຊທານີ.

ຜ່ານການສອບສວນພວກກ່ຽວຜ່ານມາເຄີຍຮ່ວມກັນປຸ້ນຊັບ, ດຶງກະເປົາມາແລ້ວ 6 ຄັ້ງ, ຢູ່ແຄມຂອງສວນເຈົ້າອານຸວົງ 4 ຄັ້ງ,

ຢູ່ 4 ແຍກໂຮງຮຽນປາກປ່າສັກ 1 ຄັ້ງ ແລະ ຢູ່ເສັ້ນທາງຕະຫຼາດເຊົ້າ 1 ຄັ້ງ ໄດ້ເງິນທັງໝົດເກືອບ 3 ລ້ານກີບ; ຄັ້ງລ່າສຸດວັນທີ 12 ກັນຍາ 2022 ກໍ່ເຫດຢູ່ເຂດ ບ້ານທ່າງ່ອນ ເມືອງໄຊທານີ ໄດ້ລົດຈັກ 1 ຄັນ.

Related Posts

Leave a Reply

Your email address will not be published. Required fields are marked *