Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເລື່ອງຂອງເປັດໃນງານບຸນອອກພັນສາ…
ນີ້ແມ່ນຄຳເຫັນຂອງທ່ານ ຮອງສາສດາຈານດ້ານການແພດ ທ່ານໜຶ່ງຕໍ່ກັບການນຳເອົາສັດມາຫາກິນໃນງານບຸນ ໂດຍສະເພາະໃນງານບຸນຊ່ວງເຮືອທ່າວັດຈັນປີນີ້ ເຫັນວ່າບໍ່ສົມມາພາຄວນ ຖືວ່າເປັນການທໍລະມານສັດ…ຜູ້ຂ້າກໍເຫັນແທ້ ຄຶດສົງສານເປັດແທ້…ຜູ້ຄອ້ງໄດ້ເອົາໄປຂ້າກິນກໍຈົ່ມວ່າເປັດຈອ່ຍ…
ສະເໜີ ນະຄອນຫຼວງວຽງຈັນ ຄະນະກຳມະການຈັດງານບຸນ ໂດຍສະເພາະງານບຸນນະມັສການພຼະທາດຫຼວງປີ້ນີ້ ປີຕໍ່ໄປ ແລະງານບຸນອື່ນໆບໍ່ອະນຸຍາດນຳເອົາສັດມາຊອກຢູ່ຫາກິນແບບນີ້ຢ່າງເດັດຂາດ…!
” ສະບາຍດີ ທ່ານນ້ອງຜູ້ມີໂວຫານດີແລະດັງ…!
ເອື້ອຍຫວັງວ່ານ້ອງ ຄົງຢູ່ດີມີແຮງ ຕະຫຼອດຮອດຄອບຄົວ.
ເອື້ອຍ ຂໍລົບກວນນ້ອງທາງສື່ສານນີ້ ເພື່ອຂໍສະເໜີ ໃຫ້ເກີດການປະຕິບັດມາດຕະການ ບໍ່ໃຫ້ເອົາໂຕເປັດຫຼືສັດຊະນິດໃດກໍຕາມ ມາທຳການຫາເງິນດ້ວຍເກມໂຍນບ້ວງ ໃສ່ຄໍເປັດ ຊຶ່ງເປັນການທໍລະມານສັດສາວາສິ່ງ ແລະ ບໍ່ເປັນບຸນກຸສົນແຕ່ຢ່າງໃດ (ບໍ່ເຂົ້າກັບເທດສະການບຸນ ເລີຍ) ດັ່ງທີ່ມີໃນບຸນອອກພັນສາທີ່ແຄມຂອງນະຄອນຫຼວງວຽງຈັນ ,
ຈາກຈິດໃຈທໍລະມານສັດນ້ອຍ ອາດສາມາດກຳເລີບໄປຫາ ການທໍລະມານສັດໃຫຍ່ ຊຶ່ງລວມມີມະນຸດໂລກນຳອີກ. ນ້ອງເຫັນວ່າແນວໃດ? ສົມຄວນຫຼືບໍ່ສົມຄວນ ສຸດແລ້ວແຕ່ນ້ອງຈະພິຈາລະນາເລື່ອງນີ້ ຕໍ່ໆໄປຕາມສາຍຂອງມັນ…
ຂໍຂອບໃຈ ແລະ ອວຍພອນມາຍັງນ້ອງ ຈົ່ງມີສຸຂະພາບແຂງແຮງ ແລະ ໂຊກດີມີສຸກເທີ້ນ “
ທີ່ມາ