ໄອຍະການປະຊາຊົນສູງສຸດ ປະຕິບັດວິໄນພະນັກງານ 4 ຄົນ ທີ່ລະເມີດກົດໝາຍ ແລະ ຂໍ້ຫ້າມຂອງໄອຍະການ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ໄອຍະການປະຊາຊົນສູງສຸດ ປະຕິບັດວິໄນພະນັກງານ 4 ຄົນ ທີ່ລະເມີດກົດໝາຍ ແລະ ຂໍ້ຫ້າມຂອງໄອຍະການ.

ໃນຕອນເຊົ້າຂອງວັນທີ 14 ຕຸລາ 2022, ອົງການໄອຍະການປະຊາຊົນສູງສຸດ(ອອປສ) ໄດ້ມີການປະກາດການຈັດຕັ້ງ ແລະ ໄດ້ປະຕິບັດວິໄນ ຕໍ່ພະນັກງານຂອງອົງການໄອຍະການປະຊາຊົນ ລວມມີ 4 ທ່ານ ທີ່ລະເມີດກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ແລະ ຂໍ້ຫ້າມ ຂອງພະນັກງານໄອຍະການ ທີ່ໄດ້ກໍານົດໄວ້.

ພ້ອມນັ້ນ, ກໍໄດ້ປະກາດການແຕ່ງຕັ້ງ, ສັບຊ້ອນ, ສັບປ່ຽນບ່ອນປະຈໍາການສັບຊ້ອນພະນັກງານນໍາພາ-ຄຸ້ມຄອງ ຢູ່ສູນກາງ ໄປປະຈຳການຢູ່ອົງໄອຍະການປະຊາຊົນ ທ້ອງຖິ່ນຈໍານວນໜຶ່ງ.

ທ່ານ ຈັນທະບູນ ເພັງຄໍາໃສ ຄະນະບໍລິຫານງານພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ອົງການໄອຍະການປະຊາຊົນສູງສຸດ ໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ດັ່ງນີ້:

ແຕ່ງຕັ້ງ ທ່ານ ສັນຕິພາບ ທາວົງໄຊ, ຮອງຫົວໜ້າກົມກວດກາ ອົງການໄອຍະການປະຊາຊົນສູງສຸດ ໄປເປັນຮອງຫົວໜ້າອົງການໄອຍະການປະຊາຊົນແຂວງວຽງຈັນ;

ຍົກຍ້າຍ, ແຕ່ງຕັ້ງ ທ່ານ ຈໍານຽນ ວົງສາຍຄໍາ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນແຂວງວຽງຈັນ;

ທ່ານ ຈັນສະໝອນ ວໍລະຈັກ, ເປັນຮອງຫົວໜ້າອົງການໄອຍະການປະຊາຊົນ ເຂດ 4 ນະຄອນຫລວງວຽງຈັນ;

ທ່ານ ນາງ ບົວລີວັນ ບັນນາວົງ, ຫົວໜ້າພະແນກຕິດຕາມກວດກາ ການດໍາເນີນຄະດີຢາເສບຕິດ ກົມຕິດຕາມກວດກາການດໍາເນີນຄະດີອາຍາ ອົງການໄອຍະການປະຊາຊົນສູງສຸດ ເປັນຮອງຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫລວງວຽງຈັນ;

ທ່ານ ກົງເພັດ ລາດບຸນເຮືອງ, ຮອງຫົວໜ້າກົມຕິດຕາມກວດກາການປະຕິບັດກົດໝາຍທົ່ວໄປ ອົງການໄອຍະການປະຊາຊົນສູງສຸດ ໄປເປັນວ່າການຫົວໜ້າອົງການໄອຍະການປະຊາຊົນ ເຂດ 1 ນະຄອນຫລວງວຽງຈັນ;

ທ່ານ ບຸນທະວີ ສີແສນດີ, ຮອງຫົວໜ້າອົງການໄອຍະການປະຊາຊົນນະຄອນ ຫລວງວຽງຈັນ ໄປເປັນວ່າການຫົວໜ້າ ອົງການໄອຍະການປະຊາຊົນເຂດ 2 ນະຄອນຫລວງວຽງຈັນ;

ທ່ານ ດາບສະດາຈັນ ວົງໄຊ, ຮອງຫົວໜ້າສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ອົງການໄອຍະການປະຊາຊົນສູງສຸດ ເປັນວ່າການຫົວໜ້າອົງການໄອຍະການປະຊາຊົນ ເຂດ 4 ນະຄອນຫລວງວຽງຈັນ.

ໂອກາດດັ່ງກ່າວ, ທ່ານ ບຸນທັນ ບຸນທະວິໄລ, ຮອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ເນັ້ນຫລາຍບັນຫາທີ່ສໍາຄັນ ເປັນຕົ້ນ ຄະນະພັກ-ຄະນະນໍາອົງການໄອຍະການປະຊາຊົນແຕ່ລະຂັ້ນ

ຕ້ອງໄດ້ເພີ່ມທະວີສຶກສາອົບຮົມທາງດ້ານການເມືອງ-ນໍາພາແນວຄິດໃຫ້ມີຄວາມໜັກແໜ້ນ, ຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຕິດຕາມກວດກາການດໍາເນີນຄະດີຢາເສບຕິດຢ່າງເຂັ້ມງວດ, ເດັດຂາດ ບໍ່ໃຫ້ພະນັກງານອົງການໄອຍະການປະຊາຊົນ ສວຍໃຊ້ໜ້າທີ່ເພື່ອຫາຜົນປະໂຫຍດສ່ວນຕົວ,

ຖ້າມີປາກົດການຫຍໍ້ທໍ້ດັ່ງກ່າວນີ້ເກີດຂຶ້ນຢູ່ຂັ້ນໃດ ຕ້ອງໄດ້ຮີບຮ້ອນແກ້ໄຂຢ່າງເດັດຂາດ.

ແຫຼ່ງຂ່າວ: ຂປລ

Related Posts

Leave a Reply

Your email address will not be published. Required fields are marked *