ໜັກສຸດ! ນ້ຳຖ້ວມ ຢູ່ນີເຊຣີ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ນ້ຳຖ້ວມ ຢູ່ນີເຊຣີ ມີຜູ້ເສຍຊີວິດກວ່າ600ຄົນ

ຂປລ.ຕາມ​ຂ່າວ​ຈາກ mcot,ວັນ​ທີ17​ຕຸລາ​ນີ້, ກະຊວງ ​ດ້ານ​ມະນຸດ ສະທຳ​ຂອງ​ນີ​ເຊຣີ ​ເປີດ​ເຜີຍ​ວ່າ: ຍອດ​ຜູ້​ເສຍ​ຊີວິດ ຈາກ​ໄພ​ນ້ຳ​ຖ້ວມ ​ເພີ່ມ​ຂຶ້ນ 603ຄົນ

ສາເຫດໜຶ່ງທີ່ເຮັດໃຫ້ ຜູ້ເສຍຊີວິດ ເພີ່ມຂຶ້ນແມ່ນຍ້ອນ ລັດຖະບານທ້ອງຖິ່ນ ບໍ່ໄດ້ກຽມພ້ອມ ຮັບມືກັບໄພນໍ້າຖ້ວມ.

ນອກ​ນີ້, ອົງການ​ ຄຸ້ມ​ຄອງ​ ເຫດ​ສຸກ​ເສີນ ​ແຫ່ງ​ຊາດ​ກ່າວ​ວ່າ: ​ມີ​ເຮືອນ ຂອງ​ປະຊາຊົນ​ໄດ້​ຮັບ ​ຄວາມ​ເສຍ​ຫາຍ​ ຫລາຍ​ກວ່າ 82,000 ຫລັງ, ​ເນື້ອ​ທີ່​ ກະສິກຳ​ເກືອບ 110.000 ​ເຮັກຕາ​ ຖືກ​ທຳລາຍ.

ປົກກະຕິແລ້ວ ປະ​ເທດນີ​ເຊຣີກ້າວເຂົ້າສູ່ ລະດູຝົນ ໃນເດືອນມິຖຸນາ. ​ແຕ່​ວ່າ​ປີ​ນີ້ ​ມີ​ຝົນຕົກ ​ຫລາຍ​ກວ່າ​ ປົກກະຕິ​ ນັບ​ແຕ່​ ເດືອນ​ສິງຫາ ​ເປັນ ຕົ້ນມາ.ນີ​ເຊຣີຊຶ່ງ​ເປັນ​ປະ​ເທດ ​ທາງ​ໃຕ້​ຂອງ​ທະ​ເລ​ຊາຍ ​ຊາ​ຮາຣາ ​ໄດ້​ຮັບ​ ຜົນ​ກະທົບ​ຢ່າງ​ໃຫຍ່​ຫລວງ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ ​ອາກາດ.

ໃນ​ຂະ​ນະ​ທີ່​ ເສດ​ຖະ​ກິດ ​ໄດ້​ຮັບ​ ຜົນ​ກະ​ທົບ​ຢ່າງ​ໜັກຈາກ​ສົງ​ຄາມ ຣັດ​ເຊຍ-ອູ​ແກຣນ​. ຜູ້ຜະລິດເຂົ້າ ເຕືອນວ່າ:​ໄພ​ນ້ຳ​ຖ້ວມ ​ຄັ້ງ​ໃຫຍ່​ ອາດ​ເຮັດ​ໃຫ້ ​ຊາວ​ນີ​ເຊຣີ 200ລ້ານ​ຄົນຕ້ອງ​ຊື້​ເຂົ້າ​ໃນ​ລາຄາ ​ແພງ​ຂຶ້ນ ຍ້ອນ​ວ່າ​ລັດຖະບານ​ ໄດ້​ຫ້າມ ​ການ​ນຳ​ເຂົ້າ​ ເຂົ້າ​ເພື່ອ​ຊຸກຍູ້​ການ​ຜະລິດ ​ພາຍ​ໃນ ​ປະ​ເທດ.

ຂະນະ​ທີ່ ອົງການອາ ຫານໂລກ​ແຫ່ງສະຫະປະຊາຊາດ (WEP) ແລະ ອົງການ ອາຫານແລະ ກະສິກຳ (FAO) ໄດ້ເຕືອນ ​ເມື່ອເດືອນກັນຍາວ່າ: ນີ​ເຊຣີ ເປັນ 1ໃນ 6ປະ ເທດ ທີ່ມີຄວາມສ່ຽງສູງວ່າ​ຈະ​ເກີດ ​ຄວາມອຶດຫິວ ຮຸນ​ແຮງ​ ໃນ​ຕໍ່ໜ້າ.

/. (ພາກ​ຂ່າວ: ຕ່າງປະ​ເທດ)

ຮຽບຮຽງ​ຂ່າວ​ໂດຍ: ສະ​ໄຫວ ລາດ​ປາກ​ດີ

Related Posts

Leave a Reply

Your email address will not be published. Required fields are marked *