Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຜົນສຳຫຼວດຊີ້ ບໍລິສັດໃນຍີ່ປຸ່ນ 3 ພັນກວ່າແຫ່ງ ລົ້ມລະລາຍ
ສຳນັກຂ່າວຊິນຫົວ ລາຍງານໃນວັນທີ 17 ຕຸລາ 2022 ວ່າ: ຜົນການສຳຫຼວດຈາກ Tokyo Shoko Research ເຊິ່ງເປັນບໍລິສັດວິໄຈສິນເຊື່ອ ເປີດເຜີຍວ່າ ໃນໄລຍະ 6 ເດືອນຜ່ານມາ ( ເດືອນເມສາ – ເດືອນກັນຍາ 2022 ) ມີບໍລິສັດໃນຍີ່ປຸ່ນ ປະກາດລົ້ມລະລາຍຫຼາຍເຖິງ 3.141 ບໍລິສັດ ເພີ່ມຂຶ້ນ 6,9% ເມື່ອທຽບປີຕໍ່ປີ.

ທັງນີ້ ບໍລິສັດຫຼາຍແຫ່ງປະສົບບັນຫາໃນການຊຳລະຄືນເງິນຊ່ວຍເຫຼືອທີ່ເຄີຍໄດ້ຮັບຈາກລັດຖະບານ ເຊິ່ງຈັດສັນໃຫ້ເພື່ອຮັບມືກັບການລະບາດຂອງພະຍາດໂຄວິດ – 19 ລວມມີ 29 ແຂວງ,
ໃນນັ້ນມີທັງແຂວງຮ໊ອກໄກໂດ ແລະ ກຽວໂຕ ພົບບໍລິສັດລົ້ມລະລາຍເພີ່ມຂຶ້ນໃນໄລຍະເວລາດັ່ງກ່າວ, ຂະນະທີ່ໂອຊາກາ, ຮີໂຣຊີມາ ແລະ ອີກ 14 ແຂວງ ພົບວ່າຈຳນວນບໍລິສັດລົ້ມລະລາຍຫຼຸດລົງ.
ລາຍງານລະບຸວ່າ: ອຸດສາຫະກຳບໍລິການ ພົບບໍລິສັດລົ້ມລະລາຍທັງໝົດ 215 ກໍລະນີ ເຊິ່ງສູງທີ່ສຸດໃນບັນດາອຸດສາຫະກຳຕ່າງໆຂອງຍີ່ປຸ່ນ ແລະ ເພີ່ມຂຶ້ນເປັນເດືອນທີ 8 ຕິດຕໍ່ກັນແລ້ວ, ໃນຂະນະທີ່ຂະແໜງອຸດສາຫະກຳກໍ່ສ້າງ
ມີບໍລິສັດລົ້ມລະລາຍເພີ່ມຂຶ້ນ 29,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ດ້ານການຂົນສົ່ງມີບໍລິສັດລົ້ມລະລາຍ 162 ກໍລະນີ ເພີ່ມຂຶ້ນ 42,1% ເນື່ອງຈາກລາຄານ້ຳມັນເພີ່ມຂຶ້ນສູງ.

ລາຍງານຍັງລະບຸວ່າ: ນັບແຕ່ເດືອນສິງຫາ 2022 ເປັນຕົ້ນມາ ມີບໍລິສັດໃນຍີ່ປຸ່ນລົ້ມລະລາຍເພີ່ມຂຶ້ນ ເນື່ອງຈາກລາຄາວັດຖຸດິບເພີ່ມຂຶ້ນ ບວກກັບເງິນເຢນຂອງຍີ່ປຸ່ນ ອ່ອນຄ່າລົງ ເມື່ອທຽບກັບເງິນໂດລາສະຫະລັດ.