ລະວັງກັນແດ່

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ບຸກຄົນໃດ ຕາມທີ່ກຳນົດໃນມາດຕາ 205, 206 ແລະ 207 ຂອງປະມວນກົດໝາຍອາຍາ 2017 ຫາກນິທາ, ໃສ່ຮ້າຍຄົນອື່ນ ເຮັດໃຫ້ເສື່ອມເສຍມີໂທດ ແລະ ປັບໃໝດັ່ງນີ້:

ມາດຕາ 205 ການນິນທາ ແລະ ການໃສ່ຮ້າຍ
ບຸກຄົນໃດ ຫາກໄດ້ເຮັດໃຫ້ຜູ້ອື່ນເສື່ອມເສຍກຽດສັກສີຢ່າງຮ້າຍແຮງ ດ້ວຍການຂຽນ, ການເວົ້າ ຫຼື ດ້ວຍຮູບການອື່ນ

ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດ ອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ.

ບຸກຄົນໃດ ຫາກໄດ້ໃສ່ຮ້າຍປ້າຍສີຜູ້ອື່ນ ໂດຍບໍ່ມີຄວາມຈິງ ດ້ວຍການຂຽນ, ການເວົ້າ ຫຼື ດ້ວຍຮູບ ການອື່ນ ຊຶ່ງເຮັດໃຫ້ເສື່ອມເສຍກຽດສັກສີຢ່າງຮ້າຍແຮງ ຈະຖືກລົງໂທດຕັດອິດສະລະພາບແຕ່ ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ,

ມາດຕາ 206 ການເຮັດໃຫ້ບຸກຄົນອື່ນອັບອາຍບຸກຄົນໃດ ຫາກລະເມີດກຽດສັກສີຂອງບຸກຄົນອື່ນ ແລະ ເຮັດໃຫ້ໄດ້ຮັບຄວາມອັບອາຍ ຈະຖືກ ຕໍານິວິຈານ ຫຼື ດັດສ້າງໂດຍບໍ່ຕັດອິດສະລະພາບ ຫຼື ລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜື່ງ ປີ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ.

ມາດຕາ 207 ການປ້ອຍດ່າບຸກຄົນໃດ ຫາກໄດ້ໃຊ້ວາຈາ, ຂຽນ ຫຼື ກະທຳແນວຫຍາບຊ້າໃສ່ຜູ້ອື່ນ ເພື່ອໃຫ້ເສື່ອມເສຍກຽດ ສັກສີຢ່າງຮ້າຍແຮງ

ຈະຖືກລົງໂທດຕັດອິດສະລະພາບ ແຕ່ ສາມເດືອນ ຫາ ໜຶ່ງປີ ຫຼື ດັດສ້າງໂດຍບໍ່ຕັດ ອິດສະລະພາບ ແລະ ຈະຖືກປັບໃໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ.

Related Posts

Leave a Reply

Your email address will not be published. Required fields are marked *