Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ທຸ້ມງົບກວ່າ 200 ຕື້ກີບ ສ້າງທາງເບຕົງ ແຕ່ສາມແຍກເສັ້ນທາງ13 ໃຕ້ – ຫ້ວຍໝາກຮຽວ
ພິທີເຊັນສັນຍາໂຄງການກໍ່ສ້າງເສັ້ນທາງເບຕົງແຕ່ສາມແຍກທາງທີ 13 ໃຕ້ (ບ້ານໜອງບົວທອງ)-ບ້ານສ້າງໃສ-ບ້ານໝາກຮຽວ (ສາມແຍກຫ້ວຍໝາກຮຽວ ທາງເລກທີ 11 ໃຕ້)
ເສັ້ນທາງຈາກບ້ານສ້າງໃສ-ບ້ານນາຝາຍ ແລະ ເສັ້ນທາງເລກທີ 11 ຕອນໃຕ້ ແຕ່ສາມແຍກຫ້ວຍໝາກຮຽວ ຫາ ຈຸດສຸດທ້າຍທາງເບຕົງ (ເສັ້ນທາງເລກທີ 11 ໃຕ້) ເມືອງປາກງື່ມ.
ລະຫວ່າງ ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫລວງວຽງຈັນ ແລະ ບໍລິສັດ psl ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ. ຈັດຂຶ້ນວັນທີ 19 ຕຸລາ 2022 ທີ່ນະຄອນຫຼວງວຽງຈັນ.
ໂຄງການກໍ່ສ້າງເສັ້ນທາງເບຕົງດັ່ງກ່າວໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນເປັນເຈົ້າຂອງໂຄງການ ແລະ ບໍລິສັດ psl ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ
ເປັນຜູ້ຮັບເໝົາກໍ່ສ້າງ ເສັ້ນທາງມີຄວາມຍາວທັງໝົດ 10 ກິໂລແມັດ ແລະ ມີຄວາມກວ້າງສະເລ່ຍ 7-13 ແມັດ ເປັນທາງປູດ້ວຍເບຕົງ ມູນຄ່າການກໍ່ສ້າງທັງໝົດ 211 ຕື້ກີບ
ເຊິ່ງຈະເລີ່ມຈັດຕັ້ງປະຕິບັດກໍ່ສ້າງໃນທ້າຍເດືອນຕຸລາ 2022 ແລະ ຈະໃຫ້ສຳເລັດພາຍໃນ 3 ປີ.
ທີ່ມາ: VientianeMai