ແຈ້ງການ! ຈັດງານເທດສະການບຸນກິນຈຽງ(ນໍ່ເປ້ເຈົາ) ຊົນເຜົ່າມົ້ງ ຊຽງຂວາງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຂໍ້ຕົກລົງ ວ່າດ້ວຍການອະນຸມັດໃຫ້ສະມາຄົມກິລາ-ວັນນະຄະດີພື້ນເມືອງແຂວງຊຽງຂວາງ ຈັດງານເທດສະການບຸນກິນຈຽງ(ນໍ່ເປ້ເຈົາ) ຊົນເຜົ່າມົ້ງ ປະຈຳປີ ພສ 2565-2566; ຄສ 2022-2023

ເຈົ້າແຂວງ ແຂວງຊຽງຂວາງ ໄດ້ອອກຂໍ້ຕົກລົງ ດັ່ງມີລາຍລະອຽດຕໍ່ໄປນີ້:

ມາດຕາ 01: ອະນຸມັດໃຫ້ສະມາຄົມກິລາ-ວັນນະຄະດີພື້ນເມືອງ ແຂວງຊຽງຂວາງ ຈັດງານເທດສະການບຸນກິນຈຽງ ຊົນເຜົ່າມົ້ງ ແລະ ວາງສະແດງສິນຄ້າຜະລິດຕະພັນຕ່າງໆປະຈຳປີ ພສ 2565-2566; ຄສ 2022-2023

ທີ່ເດີ່ນສະມາຄົມກິລາ-ວັນນະຄະດີພື້ນເມືອງແຂວງ ບ້ານຍວນ ເມືອງແປກ ແຂວງຊຽງຂວາງ ເລີ່ມແຕ່ວັນທີ 25-29 ທັນວາ 2022 (ເປັນເວລາ 5 ວັນເຕັມ).

ມາດຕາ 02: ມອບໃຫ້ແນວລາວສ້າງຊາດແຂວງ, ພະແນກພາຍໃນແຂວງ, ພະແນກອຸດສາຫະກຳ-ການຄ້າແຂວງ, ພະແນກຖະແຫຼງຂ່າວວັດທະນະທຳ ແລະ ທ່ອງທ່ຽວແຂວງ, ພະແນກສຶກສາທິການ ແລະ ກິລາແຂວງ,

ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພະແນກສາທາລະນະສຸກແຂວງ, ສະມາຄົມກິລາ-ວັນນະຄະດີພື້ນ ເມືອງແຂວງ, ແນວລາວສ້າງຊາດເມືອງແປກ, ຫ້ອງການພາຍໃນເມືອງແປກ, ອົງການປົກຄອງບ້ານຍວນ ແລະ ພາກສ່ວນທີ່ກ່ຽວຂ້ອງເປັນເຈົ້າການຈັດຕັ້ງປະຕິບັດໃຫ້ໄດ້ຮັບຜົນດີ.

ສໍາລັບງົບປະມານຮັບໃຊ້ໃນການເວນຍາມ ແລະ ອື່ນໆ ແມ່ນມອບໃຫ້ສະມາຄົມເປັນຜູ້ຮັບຜິດຊອບ.

ມາດຕາ 03: ພາກສ່ວນທີ່ກ່ຽວຂ້ອງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

Related Posts

Leave a Reply

Your email address will not be published. Required fields are marked *