Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເຫດລົດໃຫຍ່ເສຍຫລັກຕໍາກົ້ນລົດພວງ ເມືອງປາກງື່ມ ບ້ານນາຊອນ
ໃນວັນທີ 27/10/2022 ເວລາ 19:30 ນາທີຫນ່ວຍກູ້ໄພອາສາເພື່ອປະຊາຊົນ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 020 56421624 – 5432 3636 ວ່າມີລົດໃຫຍ່ເສຍຫລັກຕໍາກົ້ນລົດພວງທີຈອດໄວ້ຂ້າງທາງ ຈຸດເກີດເຫດບ້ານນາຊອນ ຫນ້າໂຮງງານມັນຕົ້ນ ເມືອງປາກງື່ມ ນະຄອນຫລວງວຽງຈັນ

ຫນ່ວຍກູ້ໄພອາສາເພື່ອປະຊາຊົນ
ຈຶ່ງໄດ້ອອກກວດສອບເຫດພົບຜູ້ປະສົບເຫດ3 ຄົນເພດຊາຍ

ອາການເບື້ອງຕົ້ນແມ່ນ ມີບາດແຜເລັກຫນ້ອຍຕາມຕົນໂຕ ແລະແໜ້ນຫນ້າເອິກ

ປະຈຸບັນເຈົ້າຫນ້າທີພວມເກັບກຳຂໍ້ມູນ ແລະໜ່ວຍກູ້ໄພໄດ້ນຳສົ່ງຄົນເຈັບໄປປິ່ນປົວທີ່ໂຮງຫມໍນາຝາຍ