ເຈົ້າໜ້າກັກລົດພ່ວງຂົນແຮ່ 13 ຄັນ​ ບໍ່ມີເອກະສານອະນຸຍາດຫຍັງ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ເຈົ້າໜ້າກັກລົດພ່ວງຂົນແຮ່ 13 ຄັນ​ ບໍ່ມີເອກະສານອະນຸຍາດຫຍັງ

ໃນເວລາ 14:30 ໂມງຂອງວັນທີ 25 ຕຸລາ 2022 ຜ່ານມານີ້, ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນໍ້າເກື້ອ ເມືອງຄຳ ແຂວງຊຽງຂວາງ,

ໄດ້ຮັບແຫຼ່ງຂາວຈາກພົນລະເມືອງດີວ່າ: ມີການຂົນແຮ່ອອກຈາກເຂດບ້ານຍອດລ້ຽງ ເມືອງຄຳ ແຂວງຊຽງ.

ເມື່ອໄດ້ຮັບແຫຼ່ງຂາວຄືດັ່ງນັ້ນ, ເຈົ້າໜ້າທີ່ ພສປ, ຈຶ່ງໄດ້ປະສານສົບກັບພາສີ ປະຈຳແຂວງຊຽງຂວາງ, ເພື່ອຕິດຕາມຕາມເສັ້ນທາງດັ່ງກ່າວ,

ມາຮອດເວລາ 24:00 ໂມງ, ໄດ້ເຫັນລົດເປົ້າໝາຍຈໍານວນ 13 ຄັນ, ຈຶ່ງໄດ້ສະກັກ ແລະ ຂໍອະນຸຍາດກວດກາເອກະສານເຫັນວ່າບໍ່ເອກະສານຍັງ.

ດັ່ງນັ້ນ, ຈຶ່ງໄດ້ກັກລົດແຮ່ຈຳນວນດັງກ່າວໄວ້​ ເພື່ອລໍຖ້າເອກະສານກັບເຈົ້າຂອງແຮ່ມາພົວພັນ ແລະ ດໍາເນີນຄະດີຕາມກົດໝາຍ ແລະ ບຽບການ.

ທີ່ມາ: ກະຊວງການເງິນ

Related Posts

Leave a Reply

Your email address will not be published. Required fields are marked *