Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ທ່ານນາຍົກ ລາວ-ໄທ ຮ່ວມວາງສີລາລຶກໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 ບໍລິຄຳໄຊ-ບຶງການ
ພິທີວາງສີລາລຶກ ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ຈັດຂຶ້ນໃນວັນທີ 28 ຕຸລາ 2022 ໂດຍໄດ້ຮັບກຽດເປັນປະທານຮ່ວມຂອງ ທ່ານ ພັນຄຳວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກ ລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ,

ມີບັນດາການນໍາຂັ້ນສູງຂອງສອງຝ່າຍ ເຂົ້າຮ່ວມ, ຊຶ່ງພິທີວາງສີລາລຶກດັ່ງກ່າວ ໄດ້ຈັດຂຶ້ນຢູ່ທັງສອງຟາກຝັ່ງແມ່ນໍ້າຂອງລາວ ແລະ ໄທ ໂດຍເລີ່ມຈັດພິທີ ຂຶ້ນຢູ່ເບື້ອງ ສປປ ລາວ ແລະ ຣາຊະອານາຈັກໄທ ຕາມລໍາດັບ.
ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄຳໄຊ-ບຶງການ) ໄດ້ຮັບການເຫັນດີໃຫ້ມີການລິເລີ່ມ ປຶກສາຫາລືຮ່ວມກັນ ເພື່ອສຶກສາຄວາມເປັນໄປໄດ້ ໃນການກໍ່ສ້າງຂົວດັ່ງກ່າວ ໃນປີ 2012, ຕໍ່ມາໃນປີ 2014 ໄດ້ມີການສໍາຫລວດຄວາມເປັນໄປໄດ້ ໃນການກໍ່ສ້າງ ພາຍໃຕ້ການສະໜັບສະໜູນຂອງສໍານັກງານຄວາມຮ່ວມມື

ເພື່ອພັດທະນາເສດຖະກິດກັບປະເທດເພື່ອນບ້ານ, ໃນປີ 2019 ໄດ້ມີການເຊັນຂໍ້ຕົກລົງວ່າດ້ວຍການກໍ່ສ້າງຂົວມິດຕະພາບດັ່ງກ່າວ ແລະໄດ້ມີການເລີ້ມການກໍ່ສ້າງໃນຕົ້ນປີ 2021, ຊຶ່ງຂົວມິດຕະພາບດັ່ງກ່າວ ມີຄວາມຍາວ 1.350 ແມັດໂດຍບໍ່ລວມທາງເຂົ້າ-ອອກຂົວທັງສອງຟາກແມ່ນໍ້າຂອງ ແລະ
ຈະກໍ່ສ້າງຂົວ, ອາຄານດ່ານເຂົ້າ-ອອກ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ສໍາເລັດໃນທ້າຍປີ 2023 ແລະ ເປີດນໍາໃຊ້ໃນຕົ້ນປີ 2024.

ໂຄງການຂົວມິດຕະພາບລາວ-ໄທແຫ່ງທີ່ 5 ເປັນໂຄງການທີ່ມີຄວາມສໍາຄັນໃນການເຊື່ອມໂຍງ-ເຊື່ອມຈອດ ລະຫວ່າງ ສອງປະເທດ ກໍຄື ອະນຸພາກພື້ນ ກໍຄືໂຄງການເຊື່ອມໂຍງທາງດ້ານເສດຖະກິດຕາເວັນອອກ-ຕາເວັນຕົກ
ໂດຍສະເພາະແມ່ນການເຊື່ອມໂຍງດ້ານຂົນສົ່ງຂອງ ສປປ ລາວ ຣາຊະອານາຈັກກັບໄທ ຜ່ານທາງຫລວງແຫ່ງຊາດເລກທີ 13 ໃຕ້ ແລະ ເສັ້ນທາງເລກ 8 ເພື່ອອອກສູ່ຫວຽດນາມ ໂດຍມີໄລຍະທາງພຽງແຕ່ 150 ກິໂລແມັດ, ຊຶ່ງລັດຖະບານລາວ ມີແຜນການ ປັບປຸງເສັ້ນທາງດັ່ງກ່າວ ໃຫ້ໄດ້ມາດຕະຖານ

ເພື່ອຮອງຮັບໃຫ້ແກ່ການຄົມມານາຄົມ ແລະ ຂົນສົ່ງ. ສະນັ້ນ, ໂຄງການນີ້ ຈຶ່ງເປັນສ່ວນໜຶ່ງທີ່ສໍາຄັນໃນການຍູ້ໜູນ ແລະ ສົ່ງເສີມການຄ້າ-ການລົງທຶນ, ການບໍລິການທາງຜ່ານ ແລະ ການທ່ອງທ່ຽວອະນາຄົດ.