Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 28 ຕຸລາ 2022, ເວລາ 20:19 ໂມງ.
ລາຍງານການເກີດແຜ່ນດິນໄຫວຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ
ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈຳນວນ 01 ຄັ້ງ, ໃນບໍລິເວນ ແຂວງ ໄຊຍະບູລີ ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:
1. ໃນເວລາ 20:19:19, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.264°N ແລະເສັ້ນແວງທີ່ 101.437°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.3 ຣິກເຕີ,
ເຊິ່ງມີຄວາມເລີກຈາກເທິງໜ້າດິນປະມານ 2Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບໍລິເວນ ເມືອງ ໄຊຍະບູລີ ແຂວງ ໄຊຍະບູລີ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ໄຊຍະບູລີ ປະມານ 29 Km.
ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.