ຈັບລົດໃຫຍ່

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຈັບລົດໃຫຍ່ ! ລັກລອບໜີພາສີ ຕາມເສັ້ນທາງເມືອງຊຽງຮ່ອນ

ແຂວງໄຊຍະບູລີ ຢຶດໂຕໂຢຕ້າ revo ລັກລອບໜີພາສີ

ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພະແນກ ພສປ) ປະຈຳຈຸດປະສານງານນາເຕີຍ ແຂວງຫຼວງນໍ້າທາ, ໄດ້ປະສານສົມທົບກັບຈຸດປະສານງານຫ້ວຍເຜີ້ງ ເມືອງເງິນ ແຂວງໄຊຍະບູລີ,

ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີລົດກະບະ 4 ປະຕູຈຳນວນ 01 ຄັນ, ຍີ່ຫໍ້ໂຕໂຍຕ້າ revo ລັກລອບໜີພາສີ ຕາມເສັ້ນທາງເມືອງຊຽງຮ່ອນ ຫາ ເມືອງເງິນ ແຂວງໄຊຍະບູລີ.

ເມື່ອໄດ້ຮັບແຫຼ່ງຂ່າວຄືດັ່ງນັ້ນເຈົ້າໜ້າທີ່ ພສປ ຈຶ່ງໄດ້ອອກເຄື່ອນໄຫວ, ຕິດຕາມຕາມເສັ້ນທາງດັ່ງກ່າວ, ຮອດເວລາ 13:30ໂມງ,

ໄດ້ພົບເຫັນລົດຄັນເປົ້າໝາຍ ແລະ ໄດ້ຂໍອະນຸຍາດກວດກາ, ຊາບວ່າເປັນລົດລັກລອບໜີພາສີມາຈາກຕ່າງປະເທດໂດຍມີການລັກລອບເຂົ້າມາພັກໄວ້ເຂດເມືອງຊຽງຮ່ອນ ແລ້ວຈະນຳເອົາລົດໄປຈຳໜ່າຍ.

ດັ່ງນັ້ນ, ຈຶ່ງໄດ້ດຳເນີນຂັ້ນຕອນສືບສວນ-ສອບສວນ, ມອບສຳນວນຄະດີ, ຢຶດລົດດັ່ງກ່າວໃຫ້ພາສີ ປະຈຳແຂວງໄຊຍະບູລີ ເປັນຜູ້ດຳເນີນການແກ້ໄຂຄະດີຕາມຂັ້ນຕອນຂອງກົດໝາຍ ແລະ ລະບຽບການ.

Related Posts

Leave a Reply

Your email address will not be published. Required fields are marked *