ບອກທາງລວຍ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ແນວທາງ ຊອກລົມຄົນມີສວນຢາງ ຄອບຄົວນີ້ ຂາຍຢາງພາລາສະເລ່ຍ 300 ລ້ານກີບຕໍ່ປີ

ຄອບຄົວ ນາງ ບຸນທະວີ ສຸລິຍະວົງສາ ມີລາຍຮັບຈາກການຂາຍຢາງພາລາສະເລ່ຍ 300 ລ້ານກີບຕໍ່ປີ

ປັດຈຸບັນປະຊາຊົນ ບ້ານເຫຼົ່າສຸລິຍະ ເມືອງຈຳພອນ ແຂວງສະຫວັນນະເຂດ ຈຳນວນຫຼາຍຄອບຄົວຫັນມາຜະລິດເບ້ຍຢາງ ແລະ ປູກຢາງພາລາຂາຍເປັນສິນຄ້າ ຈົນສາມາດເຮັດໃຫ້ປະຊາຊົນພາຍໃນບ້ານມີວຽກເຮັດງານທຳ,ມີຢູ່ມີກິນ ແລະ ກາຍເປັນຄອບຄົວຮັ່ງມີໃນທີ່ສຸດ.

ສຳລັບຄອບຄົວ ນາງ ບຸນທະວີ ສຸລິຍະວົງສາ ( ອໍ ) ກໍ່ເປັນອີກຄອບຄົວຕົວແບບໜຶ່ງໃນການຜະລິດຢາງພາລາເປັນຄ້າ ຂອງບ້ານເຫຼົ່າສຸລິຍະ ເຊິ່ງໃນປີໜຶ່ງໆຄອບຄົວຂອງ ນາງ ບຸນທະວີ ຈະມີລາຍຮັບຈາກການຂາຍເບ້ຍຢາງພາລາ,ນ້ຳຢາງ,ແກ່ນຢາງ ແລະ ກິ່ງຕາຢາງ ສະເລ່ຍປະມານ 300 ລ້ານກີບ/ປີ.

ໃນຄັ້ງວັນທີ 26 ຕຸລາ 2022 ນາງ ບຸນທະວີ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວວິທະຍຸກະຈາຍສຽງແຂວງສະຫວັນນະເຂດວ່າ: ທາງຄອບຄົວມີແຮງງານຕົ້ນຕໍ 5 ຄົນ, ການລິເລີ່ມຫັນມາປູກຢາງພາລາເບື້ອງຕົ້ນທາງຄອບຄົວແມ່ນໄດ້ມີປະສົບການຕົວຈິງຈາກການໄປເຮັດວຽກຢູ່ຈັງຫວັດຕັງ ປະເທດໄທ

ແລ້ວໄດ້ນໍາເອົາສາຍພັນຢາງພາລາມາຈາກໄທ ມາປູກທົດລອງ ໃນປີ 2009, ລວມມີ 2 ສາຍພັນຄື: ສາຍພັນ 600 ແລະ ສາຍພັນ251 ເຊິ່ງສາມາດຂີດຂາຍມາໄດ້ 7 ປີແລ້ວ ພາຍໃນສວນມີຢາງພາລາທັງໝົດ 2.000 ກວ່າຕົ້ນ ແລະ ໄດ້ຮັບຜົນຜະລິດແລ້ວ 500 ຕົ້ນ.

ຂັ້ນຕອນໃນການຂາຍແມ່ນມີພໍ່ຄ້າຄົນກາງມາຮັບຊື້ເຖິງສວນ ແລະ ສົ່ງຂາຍເອງໂດຍກົງ ໃນນີ້ນ້ຳຢາງຫຼືຂີ້ຢາງແມ່ນຂາຍໃນລາຄາ 12.000 – 15.000 ກີບ/ກິໂລກຣາມ,ຂາຍອາທິດລະຄັ້ງ ສະເລ່ຍລາຍຮັບປະມານ 25 -30 ລ້ານກີບ/ເດືອນ,

ສໍາລັບເບ້ຍຢາງແມ່ນຂາຍໃນລາຄາ 17.000 ກີບ ຂາຍສົ່ງທັງພາຍໃນ ແລະ ຕ່າງປະເທດສະເລ່ຍ 20.000 – 30.000 ເບ້ຍ/ປີ ( ອີງຕາມລູກຄ້າຕ້ອງການ ) ສ່ວນແກ່ນຢາງແມ່ນຂາຍໃນລາຄາ 3.500/ກິໂລກຣາມ ຫັກຈາກຕົ້ນທຶນແຕ່ລະປີຈະເຫຼືອກຳໄລທັງໝົດປະມານ 300 ລ້ານກີບ/ປີ. ໃນການປູກແມ່ນມີຂໍ້ຫຍຸ້ງຍາກຄືການບົວລະບັດຮັກສາ ຖາງຫຍ້າ,ໃສ່ຝຸ່ນ,ໃສ່ຢາ

ເພື່ອໃຫ້ເບ້ຍຢາງງາມ ສໍາລັບການລົງທຶນແມ່ນຂ້ອນຂ້າງສູງ ສະເລ່ຍຕົກເຮັກຕາລະ 150 ລ້ານກີບ. ຂໍ້ສະດວກແມ່ນປູກແລ້ວເຫັນຜົນໄວແລະໄດ້ລາຄາດີ. ນາງ ບຸນທະວີ ຍັງເວົ້າຕື່ມອີກວ່າ:

ພາຍຫຼັງທີ່ຫັນມາປູກຢາງພາລາເປັນສິນຄ້າເຫັນວ່າຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນຫຼາຍເມື່ອທຽບໃສ່ກັບແຕ່ກ່ອນທີ່ເຄີຍເປັນກຳມະກອນອອກແຮງ ແຕ່ປັດຈຸບັນແມ່ນໄດ້ກາຍເປັນຜູ້ໃຊ້ແຮງງານແລ້ວ.

ໂອກາດດັ່ງກ່າວ ນາງ ບຸນທະວີ ກໍ່ໄດ້ຮຽກຮ້ອງມາຍັງການຈັດຕັ້ງພັກລັດ ກໍ່ຄືພາກສ່ວນກ່ຽວຂ້ອງຢາກໃຫ້ມີມາດຕະການຈຳກັດການນໍາເຂົ້າເບ້ຍຢາງພາລາຈາກປະເທດໃກ້ຄຽງ ເພາະວ່າຈະເຮັດໃຫ້ການຈໍາໜ່າຍເບ້ຍຢາງຂອງປະຊາຊົນພາຍໃນຫຼຸດລົງ.

Related Posts

Leave a Reply

Your email address will not be published. Required fields are marked *