ເອົາໂຕລອດແນວໃດ ຫາກພົບເຫດການຄົນແອອັດໃນງານບຸນ.

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ເອົາໂຕລອດແນວໃດ ຫາກພົບເຫດການຄົນແອອັດໃນງານບຸນ.

SURVIVAL | ຈາກເຫດການທີ່ໜ້າເສົ້າໃນເກົາຫຼີໃຕ້ໃນຄືນທີ່ຜ່ານມາ ທີ່ມີຄົນເຂົ້າຮ່ວມງານບຸນຫຼາຍເກີນໄປຈົນເກດເຫດບໍ່ຄາດຝັນ ເຊິ່ງເຮົາອາດຄິດວ່າເລື່ອງນີ້ເປັນເລື່ອງໄກໂຕ ແລະ ບໍ່ຄິດວ່າຈະເກີດກັບເຮົາ ແຕ່ເຮົາກໍຄວນຫາວິທີປ້ອງກັນ.

ດັ່ງນັ້ນຖ້າເຫດການແບບນີ້ເກີດຂຶ້ນກັບງານບຸນຕ່າງໆຢູ່ບ້ານເຮົາ ເຮົາຄວນເຮັດແນວໃດ ເພື່ອບໍ່ໃຫ້ເກີດເຫດການດັ່ງກ່າວຂຶ້ນ ເຊິ່ງມື້ນີ້ເຮົາຈຶ່ງຕະມາແນະນຳ ວິທີການເອົາໂຕລອດໃນເບື້ອງຕົ້ນ ບໍ່ໃຫ້ລົ້ມລົງໄປໃນງານບຸນທີ່ມີຄົນຫຼາຍ.

ຊອກຫາເສັ້ນທາງຫຼົບໜີ: ຖ້າໄປໃນສະຖານທີ່ແອອັດຄົນຫຼາຍ ສິ່ງທຳອິດທີ່ເຮົາຄວນເຮັດແມ່ນຫາທາງອອກວ່າຢູ່ບ່ອນໃດແນ່ ເພື່ອເກີດເຫດການບໍ່ຄາດຄິດຂຶ້ນ ຈຶ່ງຫຼົບໜີໄດ້ທັນ.

ຫາແນວບັງ: ເມື່ອເກີດເຫດການຄົນອັດແໜ້ນກັນ ຖ້າມີສິ່ງທີ່ສາມາດເປັນບ່ອນບັງຝູງຊົນໃຫ້ເຮົາໄດ້ເຊັ່ນ: ຕູ້, ເຄົາເຕີ້ ຫຼື ປີນຂຶ້ນໄປບ່ອນສູງ ເຮົາຄວນຫຼົບໃຫ້ໄວ ເພື່ອໃຫ້ຄວາມແອອັດ ແລະ ລໍໃຫ້ຫຼຸດລົງຈົນກວ່າຈະປອດໄພ.

ເຄື່ອງໄຫວຢູ່ຕະຫຼອດ: ຖ້າເຮົາຫາບ່ອນຫຼົບບໍ່ໄດ້ ກໍຄວນຖະໜອມແຮງໄວ້ ດ້ວຍການໄຫຼໄປຕາມແຮງດັນ ແລະ ຫ້າມຢຸດເຄື່ອນໄຫວເດັດຂາດ ເພາະຖ້າຢຸດອາດຈະລົ້ມລົງໄດ້.

ກາງສອກອອກ: ເຮົາຄວນກາງສອກອອກເພື່ອສ້າງອານາເຂດ ເພື່ອໃຫ້ມີອາກາດຫາຍໃຈ ແລະ ຈະຊ່ວຍປ້ອງກັນບໍ່ໃຫ້ຄົນອື່ນເຂົ້າໃກ້ເຮົາເກີນໄປ.

ທາງແຄບ ຈະອັນຕະລາຍ: ໃນຫຼາຍຄັ້ງທີ່ເກີດເຫດການອັນຕະລາຍ ຫຼາຍຄົນຈະຫາປະຕູທາງອອກເປັນອັນດັບທຳອິດ ເຮັດໃຫ້ເກີດຄວາມແອອັດຈຸດນັ້ນໄດ້ ເຮົາຄວນຫາທາງໜີອື່ນເພື່ອໄວ້.

ໄປທາງທີ່ຄົນໜ້ອຍສະເໝີ: ຫາກເກີດເຫດການມີຄົນແອອັດເປັນຈໍານວນຫຼາຍ ແລະ ມີທາງອອກຫຼາຍທາງ ເຮົາຄວນເບິ່ງວິເຄາະຫາທາງອອກ ທີ່ຄົນໜ້ອຍທີ່ສຸດ ຕໍ່ໃຫ້ເສັ້ນທາງນັ້ນຈະໄກກໍຕາມ ແຕ່ໂອກາດລອດຈະມີຫຼາຍກວ່າ.

InsideLaos

Related Posts

Leave a Reply

Your email address will not be published. Required fields are marked *