Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ຈາກຜູ້ໃຊ້ເຟສບຸກຊື່ Anna S’shopping ໄດ້ໂພສວ່າ: ຕອນຕາຍໃຜ໋ໆກະມາສະແດງຄວາມເສຍໃຈ ຄື່ຈາກໄປໄວແທ້ ບ່ໍນຶກບ່ໍຝັນ ຫມູ່ຄູ່ ຍາດມິດ ສະຫາຍ ລ້ວນແຕ່ມາສະແດງ,

ຕອນ ມີລົມຫາຍໃຈ ຮູ້ບ່ໍ, ມີລ້ານຄວາມຄິດ ມີລ້ານຄວາມຮູ້ສຶກ ມີລ້ານເຫດຜົນ ຢາກຈະບອກແລະກະຊິບກັບທຸກຄົນວ່າ ເຂົ້າໃຈຂ້ອຍແນ່ ເຫັນໃຈຂ້ອຍແນ່ ສິ່ງທີ່ຂ້ອຍຕ້ອງການ ນະຕອນນີ້ຄື່: ຄວາມເຂົ້າໃຈແລະໃຫ້ຄົນອື່ນເຫັນຄ່າ ເຫັນເຮົາໃນສາຍຕາ…ເປັນທີ່ປຶກສາແບບໃສໃຈເອົາໃຈຫວງໃຍແລະໃສໃຈສຸດໆ, ບາງຄົນມັກຈະບອກວ່າ ບ່ໍມີໃຜ໋ເຫັນຄ່າເຮົາ,ເຮົາກະຄວນເຫັນຄ່າໂຕເອງ, ໃຜ໋ ບ່ໍຮັກເຮົາ,ເຮົາກະຮັກໂຕເອງ,ແຕ່ເຈົ້າຮູ້ບ່ໍວ່າ:

ໃນໂລກນີ້ເປັນຫຍັງຄົນເກີດມາຈີ່ງມີຄູ່, ແມ້ແຕ່ສັດ, ສິ່ງມີຊີວິດແລະບ່ໍມີຊີວິດ ຈີ່ງຕ້ອງການຄວາມຮັກຈາກຄົນຮອບຂ້າງ ຈາກຄົນອື່ນ,ເພາະໂຕເຮົາເອງຫມົດສັດທາໃນຕົວເອງແລະປະຄອງໃຈໂຕເອງມາຕະຫຼອດຈົນເມື່ອຍ,ກະເລີຍຢາກໄດ້ຄວາມຮັກຄວາມຮູ້ສຶກ ຄວາມໃສໃຈຈາກຄົນອື່ນ, ມັນບ່ໍແມ່ນການຮຽກຮ້ອງແຕ່ມັນຄື່ຄວາມຮູ້ສຶກຂອງຄົນໆຫນື່ງທີ່ຕ້ອງການ, ແມ້ຈະຮູ້ຈັກຫຼື່ບ່ໍຮູ້ຈັກກະຕາມ,ສິ່ງທີ່ທຳຮ້າຍຈິດໃຈ ຄື່: ຊ້ຳເຕີມ ເມີນເສີຍ ນີນທາ ວ່າເສຍໆຫາຍໆ ຖືກລັງກຽດ ສຽດສີບ່ໍມີມິດ ໄປໃສ່ກະຖືກເບີ່ງຂ້າມ…..
ແມ້ແຕ່ຕົວເອງນະຕອນນັ້ນຍັງ,ບ່ໍມີໂອກາດຈະອະທິບາຍຄວາມຮູ້ສຶກໃຫ້ໂຕເອງຟັງເລີຍ, ທັ້ງທີ່ຕົວເຮົາເອງສາມາດສັ່ງໃຫ້ຢຸດໄດ້ ນັ່ງໄດ້ ໄຫ້ໄດ້ ຍີ້ມໄດ້ ບ້າໄດ້ ເສຍສະຕິໄດ້ ຂ້າຄົນໄດ້ ສູ້ໄດ້ ໄປໄດ້, ແຕ່ເປັນຫຍັງຄື່ກັບໂຕເອງຢູ່ໃນໂລກໃບນີ້ຄົນດຽວ,……ຄົນທີ່ເຂົ້າໃຈ ກະແຄ່ຍີ້ມໃຫ້ ຄົນທີ່ບ່ໍເຂົ້າໃຈກະບອກແຄ່ ສູ້ໆມື່ງດຽວກະຜ່ານໄປ, ຄົນທີ່ໃຫ້ປຶກສາ ກະແຄ່ແນະນຳໃຫ້ຢ່າຄິດຫຼາຍ ປະພາໄປທ່ຽວໃຫ້ລືມ, ຄົນທີ່ລຳຄານຮັບຟັງກະແຄ່, ຟັງແລ້ວ.ກະອືມ.ເອີ. ອື່ມ. ເອົ້າ…..ສູ້ໆ,
ຕອນຢູ່ຖືກເມີນເສີຍ, ບ່ໍມີໃຜ໋ຖາມຮອດຫນ້າ,ບ່ໍມີຄົນຖາມວ່າສະບາຍດີບ່ໍ, ທຸກສຸກດິບ ແນວໃດ໋,ພໍຕອນທີ່ສາຍໄປ,ຄຳເວົ້າຄຳວ່າ ຄວາມຮູ້ສຶກຜິດ ຄວາມເສຍໃຈ ແມ່ນສະແດງອອກມາເພື່ອໃຫ້ຄົນອື່ນຮັບຮູ້ວ່າເຮົາກະເສຍໃຈ….. (ແຕ່ກະສາຍໄປແລ້ວ)
ປັນຫາທຸກຄົນລ້ວນຕ່າງກັນ,ຈະນ້ອຍຈະໃຫຍ່,ກະຄື່ປັນຫາ, ແຕ່ມັນຢູ່ທີ່ຄົນຈະຮັບໄຫວບ່ໍ…. ບ່ໍໄດ້ຢູ່ປັນຫານ້ອຍປັນຫາໃຫຍ່, ເພາະແຕ່ລະຄົນຄວາມຄິດບ່ໍໄດ້ຄື່ກັນ, ພາລະບ່ໍໄດ້ຄື່ກັນ ປັນຫາບ່ໍ ຄື່ກັນ ກິນອິ່ນນອນແຊບແຕກຕ່າງກັນ, ເພາະສະນັ້ນຢ່າບອກວ່າ ແຄ່ຊ້ຳນີ້ຊື່ໆRIP ຖ້າຢືນຈຸດນີ້ຊິເວົ້າຍັງບ່ໍອອກນອກຈາກນ້ຳຕາ.
ແຫລ່ງທີ່ມາ:
