ເກັບໄດ້ເລື່ອນແຜນ ປີ 2022 ດ້ານສາກົນນາເຜົ້າ ເກັບໄດ້ 94.7 ຕື້ກີບ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ໃນປີ 2022 ດ່ານພາສີສາກົນນາເພົ້າ ໄດ້ຮັບການມອບຫມາຍເກັບລາຍຮັບເຂົ້າງົບປະມານທັງຫມົດ 184,7 ຕື້ກີບ ທຽບໃສ່ ປີ 2021 ແມ່ນເພີ່ມຂຶ້ນ ເທົ່າກັບ 97,98% (ແຜນງົບປະມານໃນປີ 2021 ແມ່ນ 93,2 ຕື້ກີບ), ຜ່ານການຈັດຕັ້ງປະຕິບັດສາມາດຈັດເກັບໄດ້ທັງຫມົດ 94,7 ຕື້ກີບ ເທົ່າກັບ 51,29% ຂອງແຜນການ.

ທ່ານ ວັດຖາວົງ ຈະເລີນສັກ ຮອງຫົວຫນ້າດ່ານພາສີ ສາກົນນາເພົາ ແຂວງຄໍາມ່ວນ ລາຍງານໃຫ້ຮູ້ກ່ຽວກັບສາເຫດໃນການຈັດເກັບລາຍຮັບ ບໍບັນລຸຕາມແຜນການ ໃນສົກປີ 2022 ເມື່ອບໍ່ດົນນີ້ວ່າ:

ຕົວເລກການມອບຫມາຍຈັດເກັບລາຍຮັບເຂົ້າງົບປະມານ ໃນປີ 2022 ເປັນຕົວເລກທີ່ສູງພໍສົມຄວນ ເຊິ່ງເພີ່ມຂຶ້ນເກືອບເທົ່າຕົວ ຖ້າທຽບໃສ່ ປີ 2021 ແລະ ໃນປີ 2022 ດ່ານສາກົນນາເພົ້າ ຄາດວ່າຈະໄດ້ຮັບການເກັບຄ່າຊັກພິເສດ ສົ່ງອອກປະເພດແຮ່ທາດຕ່າງໆ ແຕ່ວ່ານິຕິກໍາທີ່ເປັນບ່ອນອີງ ໃນການເກັບຄ່າຊັກພິເສດສິນຄ້າປະເພດດັ່ງກ່າວ ແມ່ນຍັງຢູ່ໃນການປັບປຸງບໍ່ທັນແລ້ວ,

ການນໍາເຂົ້າສິນຄ້າປະເພດນໍ້າມັນເຊື້ອໄຟ ທີ່ເປັນລາຍຮັບຫຼັກ ແມ່ນ ເຄື່ອນໄຫວບໍ່ປົກກະຕິ, ບາງບໍລິສັດແມ່ນບໍ່ມີການເຄື່ອນໄຫວເລີຍ, ການເຄື່ອນໄຫວຂອງຜູ້ປະກອບການໃນການ ນໍາເຂົ້າ-ສົ່ງອອກ ພົບຄວາມຫຍຸ້ງຍາກທາງດ້ານ ການເງິນ (ຄ່າຂອງເງິນກີບ ແລະ ເງິນຕາບໍ່ຄົງທີ່, ເງິນກີບອ່ອນຕົວ ເຮັດໃຫ້ການນໍາເຂົ້າສິນຄ້າຫຼຸດລົງ),

ການນໍາເຂົ້າສິນຄ້າສ່ວນຫຼາຍ ຜູ້ປະກອບການແມ່ນຫັນໄປນໍາເຂົ້າຕາມກອບຂອງອາຊຽນ ເຊິ່ງໄດ້ຮັບບູລິມະສິດໃນການຫຼຸດຜ່ອນ ແລະ ຍົກເວັ້ນພາສີນໍາເຂົ້າ ແລະ ຈໍານວນໜຶ່ງກໍນໍາເຂົ້າຕາມໂຄງການລົງທຶນ ເຊິ່ງໄດ້ຮັບ ການຍົກເວັ້ນຕາມນະໂຍບາຍສົ່ງເສີມການລົງທຶນທັງພາຍໃນ ແລະຕ່າງປະເທດ.

ສໍາລັບໃນປີ 2023 ດ່ານພາສີສາກົນນາເພົ້າ ໄດ້ຮັບຕົວເລກມອບຫມາຍເກັບລາຍຮັບທັງຫມົດ 162,4ຕື້ກີບ ທຽບໃສ່ປີ 2022 ຫຼຸດລົງ 12,07% ແລະ ເພື່ອເຮັດໃຫ້ ຄາດໝາຍສູ້ຊົນດັ່ງກ່າວບັນລຸຕາມແຜນການ ດ່ານພາສີສາກົນນາເພົ້າ ໄດ້ວາງແຜນການ ແລະ ມາດຕະການຈັດຕັ້ງປະຕິບັດ.

Related Posts

Leave a Reply

Your email address will not be published. Required fields are marked *