ດື່ມນໍ້າຫຼາຍອາດບໍ່ດີ! ສາວເຕືອນຮ່າງກາຍພັງ ໄດ້ນອນໂຮງໝໍ ເພາະດື່ມນໍ້າຫຼາຍເກີນໄປ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ດື່ມນໍ້າຫຼາຍອາດບໍ່ດີ ສາວເຕືອນຮ່າງກາຍພັງ ໄດ້ນອນໂຮງໝໍ ເພາະດື່ມນໍ້າຫຼາຍເກີນໄປ ບໍ່ແມ່ນນໍ້າຖ້ອມເດີ້

ເຮັດເອົາແຟນໆ ແຫ່ເປັນຫ່ວງ ແລະ ສົ່ງກໍາລັງໃຈໃຫ້ລົວໆ ເມື່ອນັກສະແດງສາວໄທ ເຈນິສ ໂພສພາບນອນຢູ່ໂຮງໝໍ ຫຼັງຕິດເຊື້ອໄວລັດປະສາດສໍາພັດບໍ່ດີ ອຶ້ງສາເຫດເພາະດື່ມນໍ້າຫຼາຍເກີນໄປ

ໂດຍ ເຈນິສ ໄດ້ແຊ ອຸທາຫອນຜ່ານອິນສຕາແກມສ່ວນໂຕລະບຸວ່າ “ຂອບໃຈທຸກຄົນທີ່ອອຍພອນວັນເກີດ ເລື່ອງລາວມີຢູ່ວ່າ ເກີດມາບໍ່ເຄີຍກິນວິຕາມິນບໍາລຸງຮ່າງກາຍເລີຍ ຫາກໍຮູ້ວ່າມັນສໍາຄັນຫຼາຍ ມັນຮອດເວລາແລ້ວ ຄວາມຈິງອາຍຸຫາກໍ 28 ປີ.

ໝໍບອກຂາດແຮ່ທາດໃນຮ່າງກາຍ ເກືອບຂັ້ນວິກິດ ແລະ ຕິດໄວລັດຫຍັງກໍບໍ່ຮູ້ ມີອາການແຂນຊາ, ໜາວສັ່ນ, ຮາກ ປະສາດສໍາພັດບໍ່ດີ ຄວາມຮູ້ສຶກຊ້າ ແລະ ເໝື່ອຍອ່ອນເພີຍ.

ມີອາການໄອ ມັນຕ້ອງໃຊ້ຄວາມຮູ້ສຶກວ່າ ເຮັດແນວໃດແບບນີ້ ງານກໍພັງ ຮ່າງກາຍກໍພັງ ຕ້ອງຮອບຕົນເອງມາໂຮງໝໍ ເກີດຈາກພັກຜ່ອນນ້ອຍ ກິນນໍ້າຫຼາຍເກີນໄປ ກິນນໍ້າຫຼາຍແທ້ໆ ເຮັດໃຫ້ແຮ່ທາດເຈືອຈາງ ຄວາມຈິງຄິດມາຕະຫຼອດວ່າກິນນໍ້າຫຼາຍດີ ເອົ້າ ຕ້ອງຄິດໃໝ່ ໃຫ້ກິນນໍ້າວິຕາມິນ ກິນ berocca ແທນ ຖ້າຈະກິນຫຼາຍຂະໜາດນັ້ນ ຕາມນັ້ນເລີຍ

ກວດເລືອດວັນລະ 2 ຮອບ ເບິ່ງແຮ່ທາດວ່າເລືອດປົກກະຕິບໍ່ ເລື່ອງນີ້ສອນໃຫ້ຮູ້ວ່າ ແມ່ນຫຍັງທີ່ນ້ອຍໄປ ຫຼາຍເກີນໄປກໍບໍ່ດີ

ແນວໃດກໍຝາກດູແລສຸຂະພາບໂຕເອງ ແລະ ທຸກຢ່າງໃຫ້ເຮັດພໍດີໆ ສະໝໍ່າສະເໝີ ບໍ່ຄວນນ້ອຍ ຫຼື ຫຼາຍເກີນ ເພື່ອສຸຂະພາບຮ່າງກາຍຂອງເຮົາ ແລະ ຄົນທີ່ທ່ານຮັກ

Related Posts

Leave a Reply

Your email address will not be published. Required fields are marked *