ເປັນຫ່ວງແຟນທີ່ເປັນແພດ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ວັນທີ​ 31​ ກໍລະກົດ​ 2021​ນີ້​ ແຂວງ​ໄຊຍະບູລີ.ມີຜູ້ຕິດເຊື້ອໂຄວິດ ໃນຊຸມຊົນ​1​ຄົນ​ເປັນ​ຜູ້ຕິດເຊື້ອ​ຄົນທີ​ 8​ ຂອງແຂວງ, ບຸກຄົນດັ່ງກ່າວເປັນພະນັກງານແພດທີ່ປະຕິບັດໜ້າທີ່ໃນການເກັບເຊື້ອຕົວຢ່າງມາວິເຄາະ​ແຕ່ໂຊກບໍ່ດີ ຈຶ່ງໄດ້ຮັບເຊື້ອຈາກຜູ້ຕິດເຊື້ອເກົ່າ.

ແຕ່ກໍມີກະແສດຣາມ່າຈາກສັງຄົມວ່າ ຍ້ອນປະໝາດ,​ ບໍ່​ໃສ່ຊຸດ.​ເຊິ່ງເຈົ້າຕົວກໍອກມາຊີ້ແຈງວ່າບໍ່ແມ່ນຄວາມຈິງ​ ເພາະພະນັກງານແພດໝໍຈະປະຕິບັດໜ້າທີ່ຕ້ອງໄດ້ໃສ່ຊຸດ​ PPE​ ຕາມກົດຢ່າງເຄັ່ງຄັດ.

ທາງດ້ານແຟນໜຸ່ມກໍໄດ້ໂພສໃຫ້ກຳລັງໃຈວ່າ: “ເຮັດຕາມຂັ້ນຕອນແລ້ວກັບກາຍມາເປັນຜູ້ເຄາະຮ້າຍຕິດເຊື້ອຊ້ຳ ເຮົາເຮັດເພື່ອສັງຄົມດີທີ່ສຸດແລ້ວ ສູ້ໆເດີ ທຮ ຂໍໃຫ້ດີຫາຍຂາດແທ້ໄວໆເດີ”​

ແນວໃດກໍດີຂໍເປັນກຳລັງໃຈໃຫ້ພະນັກງານແພດໝໍທຸກໆທ່ານຈົ່ງສູ້ຕໍ່ໄປ​ບໍ່ມີໃຜຢາກໃຫ້ເກີດເລື່ອງແບບນີ້ ແລະຂໍໃຫ້ສັງຄົມຈົ່ງຢ່າແນວບໍ່ດີ ຈົນໃຫ້ສະພາບບັນທອນຈິດໃຈຮ້າຍແຮງໄປກວ່ານີ້.​

ແພດໝໍສູ້ໆ ຂໍໃຫ້​ປອດໄພ​ທຸກໆຄົນ.

Related Posts

Leave a Reply

Your email address will not be published. Required fields are marked *