ແຈ້ງເຕືອນຝົນຕົກຄ່ອຍ-ຕົກໜັກ, ຟ້າຮ້ອງ, ຟ້າຝ່າ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


1/8/2021 ມີຝົນກະຈາຍຢູ່ຫລາຍພື້ນທີ່ຂອງແຕ່ລະແຂວງ.ໃນລະດັບຄ່ອຍຫາປານກາງ ບາງເຂດທີ່ບໍ່ມີຝົນຕົກໄດ້ແກ່: ຂ ໄຊຍະບູລີຕອນໄຕ້ຂ້ອນຂຶ້ນຮອດຕອນກາງຂອງແຂວງ, ຂ ວຽງຈັນເຂດທີ່ໄກ້ກັບໄຊຍະບູລີຕອນໄຕ້ ແລະ ກຳແພງນະຄອນແມ່ນບໍໄດ້ຝົນ, ຂ ບໍລິຄຳໄຊລົງຮອດ ຂ ເຊກອງຈະບໍໄດ້ຝົນແຕ່ເຂດທີ່ໄກ້ຊາຍແດນວຽດນາມ ສ່ວນໂຊນອື່ນອື່ນໆ ແລະ ຂ ອື່ນໄດ້ຝົນທຸກພື້ນທີ່.

2/8/21 ມີຝົນກະຈາຍຢູ່ຫລາຍພື້ນທີ່ຂອງແຕ່ລະແຂວງ.ໃນລະດັບຄ່ອຍຫາປານກາງ ບາງເຂດທີ່ບໍ່ມີຝົນຕົກໄດ້ແກ່: ຂ ສາລະວັນບາງພື້ນທີ່ແມ່ນບໍ່ມີຝົນຕົກ.

3/8/21 ມີຝົນກະຈາຍຢູ່ທຸກແຂວງ ແຕ່ ຂ ທີ່ມີບາງເຂດບໍມີຝົນຕົກໄດ້ແກ່ ຂ ໄຊຍະບູລີຕອນໄຕ້, ຂ ບໍລິຄຳໄຊບາງພື້ນທີ່ໄກ້ກັບວຽດນາມ ແລະ ຂ ເຊກອງບາງພື້ນທີໄກ້ກັບວຽດນາມຂ ທີ່ຝົນຕົກໜັກແມ່ນ ຂ ບໍລິຄຳໄຊ ແລະ ຂ ຄຳມ່ວນ.

4/8/21 ໄດ້ຝົນດີທຸກແຂວງໃນ ສປປລາວ ແຕ່ ບາງພື້ນທີຂອງ ຂ ຜົ້ງສາລີຕອນໄຕ້ແມ່ນບໍມີຝົນຕົກ.

5-6/8/21 ຝົນກະຈາຍຢູ່ແຕ່ລະແຂວງ. ແຕ່ບາງແຂວງມີບາງພື້ນທີ່ບໍມີຝົນຕົກເຊັ່ນ ຂ ປົ້ງສາລີ, ອຸດົມໄຊ, ຫລວງພະບາງ ແລະ ຂ ໄຊຍະບູລີຕອນໄຕ້.

7/8/21 ຝົນຕົກທຸກພື້ນທີ່ຂອງແຕ່ລະແຂວງ ວົກເວັ້ນ ຂ ໄຊຍະບູລີຕອນໄຕ້.

ເຂດທີ່ມີຟ້າຮ້ອງ-ຟ້າຝ່າ ໃນລະດັບຄ່ອຍຫາແຮງ1-7/8/21 ຂ ຜົ້ງສາລີ, ຂ ບໍລິຄຳໄຊ ລົງຮອດໄຕ້ສຸດຂອງລາວ, ຫລວງພະບາງ, ຂ ຫົວພັນ ສ່ວນ ຂ ອື່ນໆກໍຮ້ອງແລະແມບທຳມະດາ.

ດັ່ງນັ້ນຈຶ່ງແຈ້ງໃຫ້ບັນດາພີ່ນ້ອງລາວເຮົາທຸກຄົນຮັບຊາບ ແລະ ວາງແຜນຮັບມື ຈາກນໍ້າຖ້ວມ, ຟ້າຝ່າອາດເກີດຂື້ນໄດ້ໃນບາງພື້ນທີ່

Related Posts

Leave a Reply

Your email address will not be published. Required fields are marked *