ອີກແລ້ວ!ເກີດແຜ່ນດິນໄຫວ ຢູ່ແຂວງໄຊຍະບູລີ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ເກີດແຜ່ນດິນໄຫວ 1 ຄັ້ງ ຢູ່ແຂວງໄຊຍະບູລີຂປລ. ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໄດ້ລາຍງານການເກີດແຜ່ນດິນໄຫວ ໃນວັນທີ 2 ສິງຫາ 2021 ເວລາ 07:49 ໂມງ ໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍໃນປະເທດ ຈໍານວນ 01 ຄັ້ງ.

ໃນບໍລິເວນເມືອງເງິນ ແຂວງໄຊຍະບູລີ ເຊິ່ງມີຈດສູນກາງ ຢູ່ເສັ້ນຂະໜານທີ 19.6 ອົງສາເໜືອ ແລະ ເສັ້ນແວງທີ 101.1 ອົງສາຕາເວັນອອກ ຄວາມແຮງສັ່ນສະເທືອນວັດແທກໄດ້ 2.2 ຣີກເຕີ ມີຄວາມເລິກຈາກໜ້າດິນປະມານ 1 ກິໂລແມັດ ຈຸດສູນກາງເກີດ ແຜ່ນດິນໄຫວ.

ແມ່ນຫ່າງຈາກຊຸມຊົນໝູ່ບ້ານກາງ ເມືອງເງິນ ແຂວງໄຊຍະບູລີ ແລະຫ່າງຈາກເທສະບານເມືອງເງິນ ປະມານ 6 ກິໂລແມັດ. ເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

Related Posts

Leave a Reply

Your email address will not be published. Required fields are marked *