Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
📣 ລັດຖະບານຍີ່ປຸ່ນຈະໄດ້ມອບເຄື່ອງຜະລິດອົກຊີແຊນ ຈຳນວນ 100 ເຄື່ອງ ແລະ ວັກຊີນປ້ອງກັນໂຄວິດອີກ 600,000 ໂດສ (ຍັງບໍ່ທັນລະບຸປະເພດ) ໃຫ້ແກ່ລັດຖະບານລາວໄວໆນີ້.

ຫຼັງຈາກການປະຊຸມຄະນະລັດຖະມົນຕີຂອງປະເທດຍີ່ປຸ່ນ ໃນວັນທີ 03 ສິງຫາ 2021, ທ່ານ ໂທຊິມິສຶ ໂມເຕກິ (Yoshimitsu Motegi) ລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ໄດ້ອອກມາໃຫ້ສຳພາດ ເພື່ອເປັນການສະໜັບສະໜູນທາງດ້ານການແພດໃຫ້ກັບປະເທດລາວ ທີ່ກຳລັງປະສົບບັນຫາຫາແຜ່ເຊື້ອໂຄວິດ ແລະ ໃຫ້ຜ່ານພົ້ນວິກິດຂອງການລະບາດພະຍາດໂ ຄ ວິ ດ ໂດຍໄວ.

ນອກຈາກປະເທດລາວແລ້ວ ລັດຖະບານກໍຍັງໄດ້ສົ່ງເຄື່ອງຜະລິດອົກຊີແຊນໃຫ້ແກ່ປະເທດໄທອີກເປັນຈຳນວນ 775 ເຄື່ອງ.
ທ່ານ ໂມເຕກິ ຍັງໄດ້ກ່າວອີກວ່າ ຍີ່ປຸ່ນຈະຊ່ວຍສະໜັບສະໜູນອຸປະກອນທາງການແພດຄຸນນະພາບສູງ ແລະ ວັກຊີນໃຫ້ແກ່ບັນດາປະເທດທີ່ມີຄວາມຈຳເປັນ”.

ຂໍ້ມູນຈາກ : https://bit.ly/2Vue0Zg#ເຈາະຈີ້ມທຸກເລື່ອງລາວadmin may