ຢາກໃຫ້ອ່ານ..!!! ບາງຄົນມັກເວົ້າວ່າ “ຕົ້ນທຶນຊີວິດບໍ່ເທົ່າກັນ”ມັກຈະປຽບທຽບໂຕເອງກັບຄົນອື່ນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ເມື່ອຟັງແລ້ວ ເຮົາຮູ້ເລີຍວ່າ ຄົນທີ່ເວົ້າ “ມັກຈະປຽບທຽບໂຕເອງກັບຄົນອື່ນ”

ບາງຄົນມັກເວົ້າວ່າ “ຕົ້ນທຶນຊີວິດບໍ່ເທົ່າກັນ”

ຄວາມຈິງແລ້ວ, ການປຽບທຽບ ບໍ່ເຄີຍສ້າງຄວາມສຸກໃຫ້ໃຜເລີຍ!!!

ການທີ່ຕົ້ນທຶນຊີວິດບໍ່ເທົ່າກັນນັ້ນ ບາງເທື່ອ, ມັນຂຶ້ນຢູ່ກັບໂຊກວາດສະໜາ (ແທ້ບໍ?)

ແຕ່ສິ່ງໜຶ່ງທີ່ເຮົາເຮັດໄດ້ ໂດຍທີ່ບໍ່ຕ້ອງອາໄສຕົ້ນທຶນເງິນເລີຍກໍຄື.

“ຄວາມພະຍາຍາມ” ຂອງເຮົານັ້ນເອງ.

ການສ້າງກຳແພງ ຕ້ອງເລີ່ມສ້າງຈາກອິດກ້ອນທຳອິດ ແລະຄ່ອຍໆວາງໃສ່ເທື່ອລະກ້ອນ ຈົນເລີ່ມເປັນຮູບຮ່າງ.

ຄວາມພະຍາຍາມກໍເຊັ່ນດຽວກັນ.

ມັນຕ້ອງອາໄສວິໄນ ໃນການເຮັດຢູ່ສະເໝີ.

ນອກຈາກຄວາມພະຍາຍາມແລ້ວ.. ສິ່ງໜຶ່ງທີ່ເຮົາບໍ່ຕ້ອງອາໄສຕົ້ນທຶນເງິນເລີຍ ກໍຄື “ປັນຍາ”

ມັນແມ່ນຄວາມຈິງ, ທີ່ການສຶກສາຕ້ອງອາໄສເງິນຄຳ ແຕ່ການມີສະຕິປັນຍາ ໃນການຮຽນຮູ້ສິ່ງຕ່າງໆດ້ວຍໂຕເອງໃນຍຸກສະໄໝນີ້ມັນຫຼາຍໆ ແລະງ່າຍອີຫຼີ.

ຖ້າຮູ້ຈັກການສະແຫວງຫາຄວາມຮູ້, ຮູ້ຈັກສ້າງສາຍສຳພັນ ຫຼື ຄອນເນັກຊັ່ນ ຫຼື ການຫາຊ່ອງທາງທຳມາຫາກິນ ແມ່ນສະແດງໃຫ້ເຫັນເຖິງຄວາມກະຕືລືລົ້ນທີ່ອອກມາຈາກພາຍໃນແທ້ໆ!!!

ທີ່ຢາກປ່ຽນແປງຊີວິດ ເມື່ອຄົນເຮົາເລືອກເກີດບໍ່ໄດ້ ແຕ່ເຮົາສາມາດເລືອກທີ່ຈະເປັນໄດ້.

ຫຼືວ່າ.

ຖ້າເຮົາບໍ່ສາມາດເປັນໄດ້ ແຕ່ຖ້າເຮົາພະຍາຍາມຫຼາຍພໍ, ອົດທົນຫຼາຍພໍ.

ແຕ່ຊີວິດເຮົາຈະໄປໄກກວ່າເກົ່າ.

ຢ່າງນ້ອຍຊີວິດເຮົາກໍຈະບໍ່ຢູ່ບ່ອນເກົ່າ.

ດັ່ງນັ້ນ, ການມີແຕ່ແຕ່ຈົ່ມໃຫ້ກັບຊີວິດໂຕເອງ ດ້ວຍຄຳເວົ້າທີ່ວ່າ:“ຕົ້ນທຶນຊີວິດບໍ່ເທົ່າກັນ”

ມັນບໍ່ໄດ້ຊ່ອຍໃຫ້ຊີວິດເຮົາດີຂຶ້ນ ແຕ່ການລົງມືເຮັດແທ້ທຳຈິງເທົ່ານັ້ນ! ທີ່ຈະສາມາດປ່ຽນແປງຊີວິດເຮົາໃຫ້ດີຂຶ້ນໄດ້.

ຝາກໄວ້ເປັນຂໍ້ຄິດດດດດ.

ທີ່ມາ: ນັກທຸລະກິດ New CEO Laos.

Lao Times News | Your Time Your News

Related Posts

Leave a Reply

Your email address will not be published. Required fields are marked *