Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ເປັນຕົ້ນໄປສະຖານທີ່ລົງທະບຽນ:
ຫຼວງພະບາງ! ເປີດບໍລິການລົງທະບຽນ ວັກຊີນ ຈອນສັນແອນຈອນສັນ ແຕ່ວັນທີ 7 ຫາ 10 ສິງຫາ.

1. ໂຮງໝໍ 107 ບ້ານຜາສຸກ:
– ລົງທະບຽນໄດ້ສະເພາະຜູ້ທີ່ມີ ອຍຸ 60 ປີຂຶ້ນໄປ ລວມມີ: ພະນັກງານບຳນານ, ປະຊາຊົນທົ່ວໄປ, ປກສ, ປກຊ ແລະພະສົງສາມະເນນ (ທີ່ມີພະຍາດປະຈຳຕົວ ແລະບໍ່ມີ, ຜູ້ກ່ຽວຢູ່ໃນສະພາບແຂງແຮງ)
2. ສວນສາທາລະນະລ້ານຊ້າງ ບ້ານພັນຫຼວງ.
– ລົງທະບຽນໄດ້ສະເພາະຜູ້ທີ່ມີ ອາຍຸ 18 ປີ ເຖິງ 59 ປີ ທີ່ເປັນພະນັກງານລັດ, ລັດວິສາຫະກິດ, ປກສ, ປກຊ(ທີ່ມີພະຍາດປະຈຳຕົວ ແລະບໍ່ມີ, ຜູ້ກ່ຽວຢູ່ໃນສະພາບແຂງແຮງ)

3. ສະໂມສອນ ພອນລາສີ ບ້ານພູໝອກ.
– ລົງທະບຽນໄດ້ສະເພາະຜູ້ທີ່ມີ ອາຍຸ 18 ປີ ເຖິງ 59 ປີ ທີ່ເປັນປະຊາຊົນທົ່ວໄປ, ພໍ່ຄ້າຊາວຂາຍ, ແມ່ລູກອ່ອນ (ທີ່ມີພະຍາດປະຈຳຕົວ ແລະບໍ່ມີ, ຜູ້ກ່ຽວຢູ່ໃນສະພາບແຂງແຮງ)
ໝາຍເຫດ: ທັງ 3 ຈຸດບໍລິການນີ້ ຈະໃຫ້ບໍລິການທັງຊາວລາວ ແລະຕ່າງປະເທດທີ່ດຳລົງຊີວິດຢູ່ນະຄອນຫຼວງພະບາງເທົ່ານັ້ນ, ສ່ວນບັນດາເມືອງຕ່າງໆນັ້ນແມ່ນໃຫ້ໄປສັກຢູ່ຈຸດບໍລິການເມືອງຂອງຕົນ ຕາມແຈ້ງການຂອງຄະນະສະເພາະກິດຂອງແຕ່ລະເມືອງວາງອອກ.

ຂໍ້ຄວນເອົາໃຈໃສ່: ຜູ້ມາລົງທະບຽນຕ້ອງນຳບັດປະຈຳຕົວ ຫຼືສຳມະໂນຄົວມາພ້ອມ, ໃຊ້ຜ້າປິດປາກ-ດັງ, ຮັກສາໄລຍະຫ່າງ ແລະຮັກສາຄວາມເປັນລະບຽບຮຽບຮ້ອຍເພື່ອປ້ອງກັນການແພ່ເຊື້ອ, ພາຍຫຼັງໄດ້ລົງທະບຽນແລ້ວຈົ່ງມາສັກວັກຊິນໃຫ້ຖືກຕາມມື້ນັດໝາຍຂອງແພດຢ່າງເຂັ້ມງວດ.