Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ

ຈົບຈາກມະຫາວິທະຍາໄລເເຫ່ງຊາດ ຄະນະເສດຖະສາດ ໄດ້ໄປສຶກສາໄລຍະສັ້ນທີ່ປະເທດ ຟິລິບປິນ ເຄີຍເປັນໜຶ່ງໃນພະນັກງານຂອງໂຄງການຂົນສົ່ງເເບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ (ພະເເນກ ຍທຂ) ແລະ ຕອນນີ້ກຳລັງສຶກສາທີ່ ວິທະຍາໄລ ລາວ-ອາເມລິກາ.

ນາງງາມໃນຕຳນານທີ່ທຸກຄົນຕ້ອງຮູ້ຈັກ ເເພ-ອາລິຍາ ອິນທະວົງ ຜູ້ມາກັບຄຳວ່ານາງງາມໃນສາຍເລືອດນ້ອງເເພຄົນນີ້ ໂປຟາຍບໍ່ທຳມະດາ ຈົບການສຶກສາຈາກ ວິທະຍາໄລການເງິນພາກເໜືອ.

ບາດກ້າວທຳອິດຂອງການເລີ່ມເຂົ້າສູ່ວົງການປະກວດເເມ່ນເວທີ Miss Universe Laos 2019 ເປັນຊ່ວງທີ່ຫາກໍ່ຈົບຈາກ ຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ກໍ່ລົງປະກວດເວທີນາງງາມຄັ້ງທຳອິດ ແລະ ສາມາດຜ່ານເຂົ້າຮອດຮອບ 20 ຄົນສຸດທ້າຍ ຈາກ 30 ຄົນ.

ນ້ອງເເພຍັງບໍ່ຍອມເເພ້ ກ້າວຂຶ້ນເວທີເປັນຄັ້ງທີ່ສອງ ນັ້ນກໍ່ຄືເວທີ #MissLaos2020 ນາງສາວລາວ 2020 ເປັນຕົວເເທນຈາກເເຂວງບໍ່ເເກ້ວ ສາມາດເຂົ້າຮອບ 10 ຄົນສຸດທ້າຍ ພ້ອມທັງຄວ້າລາງວັນພິເສດຄື ນາງສາວມີສະເໜ່ by Sunshine Apartment.

ແລະ ການພະຍາຍາມຮອບສຸດທ້າຍກໍ່ໄດ້ມາເຖິງ ນ້ອງເເພລົງປະກວດອີກຄັ້ງໃນເວທີ Miss World Laos 2021 ການກັບມາຮອບນີ້ ເປັນທີ່ຈັບຕາຂອງສັງຄົມ ລວມເຖິງສື່ມວນຊົນຢ່າງເຕັມຮູບເແບບ.

ເພາະປະສົບການທີ່ພຽບພ້ອມທີ່ສຸດເລີຍກໍ່ວ່າໄດ້ ແລະ ໃນທີ່ສຸດກໍ່ສາມາດຄ້ວາມົງກຸດປະຈຳຕຳແໜ່ງ ຮອງອັນດັບໜຶ່ງ Miss World Laos 2021 ໄດ້ຢ່າງສົມກຽດ ແລະ ຄວ້າລາງວັນພິເສດ 2 ລາງວັນຄື: ນາງສາວໜ້າໃສມີສະເໜ່ by Fin ແລະ ຊຸດຊົນເຜົ່າດີເດັ່ນ by Dada Fashion.


ຈາກ: MISSLAOSLA