Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ສະວິດ ມອບຊຸດສຸຂະອະນາໄມ ໃຫ້ແຮງງານລາວຢູ່ສູນຈຳກັດບໍລິເວນ ໃນທົ່ວປະເທດ.

ຂປລ. ໃນໂອກາດຢ້ຽມຢາມສູນຈຳກັດບໍລິເວນຫລັກ 27 ນະຄອນຫລວງວຽງຈັນ, ວັນທີ 3 ສິງຫາ ຜ່ານມາ, ທ່ານ ອິກຍາຊີໂອ ກາຣິສ ຫົວໜ້າກົມການຕ່າງປະເທດ ຂອງລັດຖະບານ ແຫ່ງສະຫະພັນທະລັດ ສະວິດ ພ້ອມດ້ວຍຄະນະ ໄດ້ມອບຊຸດສຸຂະອະນາໄມ ຈຳນວນ 1.000 ຊຸດ ໃຫ້ແຮງງານລາວທີ່ຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນໃນທົ່ວປະເທດ ເພື່ອຮັບປະກັນເລື່ອງສຸຂະອະນາໄມ ໃນໄລຍກັກຕົວ, ຕາງໜ້າຮັບໂດຍ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໂດຍມີ ທ່ານ ດຣ. ພູທອນ ເມືອງປາກ ປະທານອົງການກາແດງລາວ ແລະ ທ່ານ ນາງ ແຈັກເກີລິນ ເດີ ກຣຸດ ຮອງຜູ້ອຳນວຍການ ອົງການອາຫານໂລກ ປະຈຳ ສປປ ລາວ, ພ້ອມດ້ວຍຄະນະສະເພາະກິດ ແລະ ແພດໝໍ ທີ່ປະຈຳຢູ່ສູນດັ່ງກ່າວ ເຂົ້າຮ່ວມ.

ທ່ານ ອິກຍາຊີໂອ ກາຣິສ ໄດ້ກ່າວວ່າ: ການຕໍ່ສູ້ກັບການແຜ່ລະບາດຂອງພະຍາດໂຄວິດ-19 ຈໍາເປັນຕ້ອງໄດ້ສືບຕໍ່, ດັ່ງທີ່ພວກເຮົາໄດ້ເຫັນນຳກັນວ່າ ມີຫລາຍໆປະເທດທີ່ສືບຕໍ່ປະເຊີນໜ້າກັບການລະ ບາດຄັ້ງໃໝ່ ແລະ ສາຍພັນໃໝ່ຂອງພະຍາດໂຄວິດ-19. ສິ່ງສໍາຄັນຄື ຕ້ອງໝັ້ນໃຈວ່າ ສູນຈໍາກັດບໍລິ ເວນ ມີຄວາມພ້ອມໃນການຮັບເອົາແຮງງານ ທີ່ກັບຄືນມາຈາກປະເທດເພື່ອນບ້ານ, ການເບິ່ງແຍງພວກເຂົາເຈົ້າ ໃຫ້ຢູ່ໃນສະພາບການດຳລົງຊີວິດທີ່ດີ ແລະ ຮັບປະກັນການກວດຫາເຊື້ອພະຍາດ ກ່ອນທີ່ທຸກຄົນຈະກັບຄືນສູ່ບ້ານເຮືອນ ແມ່ນມີຄວາມສຳຄັນທີ່ຈະປົກປ້ອງປະຊາຊົນທັງຊາດ.

ເຄື່ອງຊ່ວຍເຫລືອຄັ້ງນີ້, ຈະເປັນສ່ວນໜຶ່ງທີ່ຈະຊ່ວຍດ້ານສຸຂະອະນາໄມ ໃຫ້ແກ່ເຂົາເຈົ້າໃນໄລຍະທີ່ຈຳກັດບໍລິເວນຢູ່ໃນສູນດັ່ງກ່າວ, ທ່ານ ກາຊິສ ຍັງໄດ້ຢືນຢັນວ່າ ສະວິດ ຈະໃຫ້ການຊ່ວຍເຫລືອລັດຖະ ບານລາວ ເພີ່ມຕື່ມອີກ ໂດຍຜ່ານອົງການອາຫານໂລກ ເພື່ອຊ່ວຍເຫລືອທາງດ້ານສະບຽງອາຫານ ໃຫ້ແກ່ແຮງງານ ທີ່ກັບຄືນມາຈາກປະເທດເພື່ອນບ້ານ.

ຂ່າວ: ມະນີທອນ.
ຂໍ້ມູນ: ອົງການອາຫານໂລກ