ແຈ້ງການທຶນການສຶກສາ ໄປ ຮຽ ນ ຕໍ່ ສປ ຈີນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ຫົວຫນ້າພະແນກສຶກສາທິການ ແລະ ກິລາແຂວງ ຂໍຖືເປັນກຽດແຈ້ງມາຍັງທ່ານ ຫົວຫນ້າ ຫ້ອງການສຶກສາທິການ ແລະ ກິລາເມືອງ 11 ເມືອງພາຍໃນແຂວງໄຊຍະບູລີ ຊາບວ່າ:

ທາງວິທະຍາໄລ ຮັງທ່າວ ຈະເປີດຮັບສະຫມັກນັກສຶກສາຂອງ ສປປ ລາວ ໄປຮຽນຕໍ່ຢູ່ມະຫາວິທະຍາໄລແພດສາດ ແລະ ການຢາພື້ນເມືອງເສົ້ນຕໍ (ສປ ຈີນ), ລະດັບປະລິນຍາຕີ, ລະບົບການຮຽນ 5 ປີ ກຽມພາສາ 1 ປີ ເຂົ້າສາຍ 4 ປີ,

ຈໍານວນ 30-40 ທຶນ ໂດຍແມ່ນທຶນຂອງມະຫາວິທະຍາໄລແພດສາດ ແລະ ການ ຢາພື້ນເມືອງເສິນຄູ່ ທຶນ 100% ຄື: ບໍ່ໄດ້ຈ່າຍຄ່າຮຽນ, ຄ່າຫໍພັກ ແລະ ໄດ້ຮັບເງິນເບ້ຍລ້ຽງ 500 ຢວນ/ເດືອນ, ໃນໄລຍະ 10 ເດືອນ/ປີ ( ປະມານ 800,000 ກີບ/ເດືອນ), ໃນນັ້ນ ຈະຄັດເລືອກເອົາ ນັກຮຽນທີ່ມີຄະແນນລວມສະເລ່ຍ 7 ຂຶ້ນໄປ.

• ມີສາຂາຮຽນດັ່ງນີ້:

1. ສາຂາການຢາ ນັກສຶກສາທີ່ຈະມາສະຫມັກຂໍທຶນຮຽນຕ້ອງມີເງື່ອນໄຂດັ່ງນີ້:

2. ໃບຢັ້ງຢືນຈາກອໍານວຍການໂຮງຮຽນທີ່ກໍາລັງຮຽນຢູ່.

1. ໃບປະກາດ, ໃບຄະແນນ ເປັນພາສາລາວ-ອັງກິດ ແລະ ໄດ້ຄະແນນ 7 ຂຶ້ນໄປ.

3. ໃບກວດສຸຂະພາບເປ໊ນພາສາລາວ-ອັງກິດ (ສຸຂະພາບແຂງແຮງບໍ່ມີພະຍາດຕິດແປດ).

4. ໃບແຈ້ງໂທດເປັນພາສາລາວ-ອັງກິດ (ບໍ່ເຄີຍຜິດຕໍ່ລະບຽບກົດຫມາຍ).

5. ພາດສບໍ່.

6. ອາຍຸບໍ່ເກີນ 25 ປີ.

ຖ້າສະພາບພະຍາດເຜ່ລະບາດໂຄວິດ ແກ່ຍາວ ນັກສຶກສາທີ່ໄດ້ຮັບທຶນການສຶກສາ ໄປຮຽນຕໍ່ຢູ່ມະຫາວິທະຍາໄລ ແພດສາດ ແລະ ການຢາພື້ນເມືອງເສິງຕູ (ສປ ຈີນ), ແມ່ນຕ້ອງໄດ້ມາ ຮຽນກຽມພາສາຈີນຢູ່ວິທະຍາໄລ ຮັ່ງທ່າວ, ໄດ້ຈ່າຍຄ່າຮຽນຕາມລະບຽບຂອງວິທະຍາໄລ, ແຕ່ຖ້າວ່າ ພະບາດແຜ່ລະບາດໂຄວິດ.

ຢຸດເຊົາເປີດປະເທດສາມາດໄປຮຽນຢູ່ ສປ ຈີນ ໄດ້ແລ້ວ ແມ່ນໃຫ້ໄປກຽມພາສາຢູ່ມະຫາວິທະຍາໄລແພດສາດ ແລະ ການຢາພື້ນເມືອງເສິງຕູ ສປຈີນເລີຍ ໂດຍບໍ່ ໄດ້ກຽມພາສາຈີນຢູ່ວິທະຍາໄລຮັງທ່າວບໍລິຫານທຸລະກິດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງຫ້ອງການສຶກສາທິການ ແລະ ກິລາ ເມືອງ 11 ເມືອງພາຍໃນແຂວງ ຊ່ວຍ ແນະນໍາທາງເລືອກໃຫ້ນັກຮຽນທີ່ຈົບມໍ 7 ໃຫ້ພົວພັນກັບ ວິທະຍາໄລ ຮັງທ່າວ ດ້ວຍເບີໂທ 020 948 7163, 030 506 0006.

Related Posts

Leave a Reply

Your email address will not be published. Required fields are marked *