ເຊົ່າລົດແລ້ວ ໄປຈຳເອົາເງິນ ຫຼິ້ນນກິນຟຸມເຟືອຍ ສຸດທ້າຍຖີຶກຈັບ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ໃນວັນທີ 5 ກໍລະກົດ 2021 ຜ່ານມານີ້ ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງວັງວຽງ ໄດ້ມີທ້າວ ແອນ້ອຍ ອາຍຸ 23 ປີ ອາຊີບ ກໍາມະກອນ.

ເຊົ່າລົດແລ້ວ ໄປຈຳເອົາເງິນ ຫລ້ນກິນຟຸມເຟືອຍ ເຈົ້າຫນ້າທີ່ຈັບດຳເນີນຄະດີ.

ປະຊາຊົນບ້ານເມືອງຊອງ ເມືອງວັງວຽງ ແຂວງວຽງຈັນ.

ໄດ້ມາເຊົ່າລົດຢູ່ຮ້ານບໍລິການເຊົ່າລົດ ຢູ່ບ້ານສະຫວ່າງ ແລະ ບ້ານ ໂພນເພັງ ເມືອງວັງວຽງ ແລ້ວນໍາໄປຈໍານໍາເອົາເງີນຕໍ່ ໃນນີ້ມີລົກຈັກຈໍານວນ 4 ຄັນ ສ່ວນ 3 ຄັນ ແມ່ນລົດເຊົ່າມາ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ແຕ່ງຕັ້ງພະນັກງານລົງກວດກາ ເຫັນວ່າມີມູນຄວາມຈິງແທ້ ຈຶ່ງໄດ້ກັກຕົວທ້າວ ແອນ້ອຍ ມາທໍາການສືບສອນ-ສອບສວນ.

ຜ່ານການສືບສວນ-ສອບສວນ ຂອງເຈົ້າຫນ້າທີ່ເຫັນວ່າ ທ້າວ ແອນ້ອຍ ໄດ້ຮັບສາລະພາບວ່າ: ໃນວັນທີ 30 ພືດສະພາ 2021 ຜ່ານມານີ້ ໄດ້ເອົາລົດຈັກເວັບຈີນ ສີແດງ ຂອງຜູ້ກ່ຽວ ໄປຈໍາເອົາເງີນຢູ່ຮ້ານຈໍານໍາ ແຫ່ງໜຶ່ງຢູ່ບ້ານ ວຽງໄຊ ເມືອງວັງວຽງ ແຂວງວຽງຈັນ ໃນລາຄາ 950.000 ກີບ,

ໃນວັນທີ 31 ພືດສະພາ 2021 ເວລາ 10 ໂມງເຊົ້າ ໄດ້ໄປເຊົ່າລົດຈັກ ເວັບ100 ຍິ່ຫໍ້ ຮອນດາ ສີຂຽວດໍາ, ວຽງຈັນ ຈຕ 3414 ຢູ່ຮ້ານບໍລິການເຊົ່າລົດ ຢູ່ບ້ານສະຫວ່າງ ເມືອງວັງວຽງ ເຊົ່າເປັນມື້ໆລະ 60.000 ກີບ ໂດຍເອົາສໍາມະໂນຄົວຂອງພໍ່ແມ່ເມຍ ໄປຄໍ້າປະກັນໄວ້ ແລ້ວເອົາໄປຈໍາຢູ່ຮ້ານຈໍານໍາແຫ່ງໜຶ່ງ ເຂດບ້ານວຽງໄຊ ເມືອງວັງວຽງ ຈໍາໄດ້ເງີນຈໍານວນ 6.000.000 ກີບ ດອກເບ້ຍ 5% ຕໍ່ເດືອນ.

ເມື່ອໄດ້ເງີນແລ້ວກໍ່ໄດ້ເອົາໄປຈ່າຍຄ່າເຊົ່າລົດແຕ່ລະມື້ ແລະ ໄດ້ເຊົ່າລົດຈັກເພີ່ມອິກ 1 ຄັນ ເປັນລົດເວັບ100 ຍິ່ຫໍ້ ຮອນດາ ສີຂຽວດໍາ ປ້າຍທະບຽນ ນະຄອນຫຼວງ ດມ 1760 ແລ້ວເອົາໄປຈໍານໍາຮ້ານເກົ່າທີ່ເຄີຍຈໍາ ແຕ່ລະຄັ້ງແມ່ນໄດ້ເງີນ 6.000.000 ກີບ ດອກ 5%ຕໍ່ເດືອນ

ວັນທີ 18 ມີຖຸນາ 2021 ເວລາ 10 ໂມງ ຜູ້ກ່ຽວໄດ້ໄປເຊົ່າລົດຈັກ ເວັບຮ້ອຍ ຍິ່ຫໍ້ ຮອນດາ ສີຂຽວດໍາ ບໍ່ມີປ້າຍທະບຽນ ຢູ່ຮ້ານບໍລິການເຊົ່າລົດເຂດບ້ານໂພນເພັງ ເມືອງວັງວຽງ ເຊົ່າເປັນມື້ໆລະ 70.000 ກີບ ໄລຍະເຊົ່າແມ່ນ 3 ມື້ ໂດຍເອົາສໍາມະໂນຄົວຂອງພໍ່ແມ່ຕົນເອງ ໄປຄໍ້າປະກັນໄວ້ ແລ້ວເອົາໄປຈໍາຮ້ານເກົ່າທີ່ເຄີຍຈໍານໍາ ໄດ້ເງີນ 6.000.000 ກີບ ດອກ 10%ຕໍ່ເດືອນ.

ທຸກຄັ້ງແມ່ນທ້າວ ແອນ້ອຍ ໄດ້ຕົວະວ່າແມ່ນລົດຂອງຜູ້ກ່ຽວເອງ ເມື່ອໄດ້ເງີນມາທຸກຄັ້ງຜູ້ກ່ຽວກໍ່ໄດ້ໄປຕີສະໜຸກເກີ ໄມ້ລະ 100.000 ຫາ ໄມ້ລະ 1.000.000 ກີບ ແລະ ໃຊ້ຈ່າຍຫຼິ້ນກິນຟຸ້ມເຟືອຍຈົນໝົດ ເມື່ອໝົດກໍານົດເວລາເຊົ່າລົດແລ້ວ ເຈົ້າຂອງຮ້ານບໍລິການເຊົ່າລົດໄດ້ທວງ.

ສຸດທ້າຍ ເຈົ້າ ຫນ້າສາມາດນຳສົ່ງ ລົດໃຫ້ເຈົ້າຂອງຮ້ານ ລົດເຊົ່າ ສ່ວນທ້າວ ແອນ້ອຍ ແມ່ນດຳເນີນຄະດີ ຕາມກົດຫມາຍ.

Related Posts

Leave a Reply

Your email address will not be published. Required fields are marked *