Sponsor by sokxay plus
ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ
ໃນໄລຍະວັນທີ 16 ຫາ 18 ສິງຫາ 2021 ຄວາມກົດດັນອາກາດຕໍ່າຈະປົກຄຸມຢູ່ທຸກຂອງປະເທດລາວ ສົມ ທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກໍາລັງແຮງພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບ ຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ ແລະ ຕົກຫນັກຢູ່ບາງທ້ອງຖິ່ນ ແຂວງພາກເຫນືອດ້ານຕາເວັນຕົກລົງ ຫາ ພາກ ກາງຕອນເທິງ, ສ່ວນພາກໃຕ້ຈະມີຝົນຕົກຫຼຸດລົງ,

ຈາກນັ້ນໃນໄລຍະວັນທີ 19 ຫາ 22 ສິງຫາ 2021 ກະແສລົມມໍ ລະສຸມຕາເວັນຕົກສ່ຽງໃຕ້ຈະມີກໍາລັງແຮງເພີ່ມຂຶ້ນພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານ ກາງຢູ່ເກືອບທົ່ວໄປ ແລະ ຕົກຫນັກຢູ່ບາງທ້ອງຖິ່ນໃນແຕ່ລະພາກ,

່ ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້: ພາກເຫນືອດ້ານຕາເວັນອອກ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ເກືອບທົ່ວໄປ ແລະ ຕົກ ຫນັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ ອຸນຫະພູມຕໍ່າສູດ 10-21 ອົງສາ ແລະ ສູງສຸດ 20-30 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ຈະມີຝົນຕົກຟ້າຮ້ອງເຫຼືອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກຫນັກ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ແຂວງ ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ໍາທາ, ຫຼວງພະບາງ ແລະ ໄຊຍະບູລີ ອຸນຫະພູມຕໍ່າສຸດ 25-26 ອົງສາ ແລະ ສູງສຸດ 31-33 ອົງສາ.

ພາກກາງ: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ຫນັກ ພ້ອມມີລົມພັດ ແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງ ວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ ອຸນຫະພູມຕ່ໍາສຸດ 24-26 ອົງສາ ແລະ ສູງສຸດ 32-34 ອົງສາ.
ພາກໃຕ້: ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປເປັນບໍລິເວນກວ້າງ ແລະ ຕົກປານກາງ ຫາ ຫນັກ ພ້ອມມື ລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ອຸນຫະພູມຕໍ່າສຸດ 24-25 ອົງສາ ແລະ ສູງສຸດ 32-33 ອົງສາ.

ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 16 ຫາ 18 ສິງຫາ 2021 ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງເປັນບໍລິເວນກວ້າງ, ຈາກນັ້ນວັນທີ 19 ຫາ 22 ສິງຫາ 2021 ຈະມີຝົນຕົກເພີ່ມຂື້ນ ໃນລະດັບປານກາງ ຫາ ຕຶກຫນັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ອຸນຫະພູມຕໍ່າສຸດ 25-27 ອົງສາ ແລະ ສູງສຸດ 32 – 34 ອົງສາ.
ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນ ຫຼາຍວັນທີ່ຈະເຮັດໃຫ້ມີ ນໍ້າຖ້ວມຊູ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງ ເກີດຂຶ້ນໄດ້.

.

.


Lao Times News | Your Time Your News