ລັດຖະບານ! ຈະເລັ່ງແກ້ໄຂບັນຫາຫວຍເຖື່ອນ

Sponsor by sokxay plus

ວີທີຊື້ເລກ ໄດ້ຮັບເງີນຄືນ 10% ໄດ້ແທ້ 100%

                 

ພຽງເທົ່ານີ້ ກໍ່ຮັບໄປເລີຍ ສ່ວນຫຼຸດ 10% ງ່າຍ


ລັດຖະບານ! ຈະເລັ່ງແກ້ໄຂບັນຫາຫວຍເຖື່ອນໃຫ້ໄດ້ໂດຍໄວ ເນື່ອງຈາກເກີດຂຶ້ນຢ່າງແຜ່ຫລາຍໃນສັງຄົມປັດຈຸບັນ, ທີ່ສໍາຄັນຫວຍເຖື່ອນບໍ່ໄດ້ມອບພັນທະຫຍັງໃຫ້ແກ່ລັດຖະບານ, ທັງເປັນການເບື່ອເມົາສັງຄົມຕື່ມອີກ.

ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງການເງິນ ໃຫ້ຮູ້ໃນໂອກາດຊີ້ ແຈງຕໍ່ກອງປະຊຸມສະໄໝວິ ສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ເມື່ອກ່ອນລັດວິສາຫະກິດຫວຍພັດທະນາລາວ ອອກຫວຍອາທິດລະ 4 ຄັ້ງ ແລະ ມີຫວຍຂູດຕື່ມອີກ, ແຕ່ສັງຄົມຕ້ອງຕິ ຫລື ວິຈານຫລາຍລັດຖະບານໄດ້ຕົກລົງໃຫ້ຍຸບຫວຍຂູດ ແລ້ວໃຫ້ອອກຫວຍພັດທະນາລາວອາທິດລະ 2 ຄັ້ງ.

ເມື່ອກ່ອນລັດວິສາຫະກິດຫວຍພັດທະນາລາວ ມອບພັນທະໃຫ້ລັດຖະບານປີລະ 60 ຕື້ກີບ, ແຕ່ປັດຈຸບັນເຫລືອພຽງປີລະ 20 ຕື້ກີບ ເຫັນວ່າຫລຸດລົງ. ສໍາລັບຫວຍເຖື່ອນເຫັນລະບາດຮ້າຍແຮງຫລາຍໃນສັງຄົມປັດຈຸບັນ, ໂດຍສະເພາະການຊື້-ຂາຍຫວຍຕ່າງປະ ເທດ, ໃນນີ້ ມີຫວຍຂອງບາງປະເທດອອກຫລາຍຄັ້ງຕໍ່ວັນ ແຕ່ທັງໝົດນີ້ບໍ່ໄດ້ມອບພັນທະຫຍັງໃຫ້ແກ່ລັດຖະບານ. ນອກຈາກນີ້ ຍັງເປັນການເບືອເມົາສັງຄົມ ເພາະມີທັງພະ ນັກງານລັດ ແລະ ປະຊາຊົນຊື້ຫວຍເຫລົ່ານີ້.

ລັດຖະມົນຕີກະຊວງການເງິນ ກ່າວຕື່ມວ່າ: ໄລຍະຜ່ານມາ ລັດຖະບານ ໄດ້ແຕ່ງ ຕັ້ງຄະນະຮັບຜິດຊອບເພື່ອແກ້ໄຂບັນຫາຫວຍເຖື່ອນຂຶ້ນມາ ແຕ່ໃນການປະຕິບັດວຽກ ງານຕົວຈິງບໍ່ສາມາດແກ້ໄຂໄດ້ ຍ້ອນຫວຍເຖື່ອນມີ ການຊື້-ຂາຍຜ່ານລະບົບອອນລາຍ ແລະ ຫາຈຸດແກ້ໄຂບໍ່ໄດ້.

ຢ່າງ ໃດກໍ່ຕາມ ລັດຖະບານ ກໍຄື ກະຊວງການເງິນຈະພະຍາຍາມຊອກຫາຫລາຍກົນໄກ ຫລື ຫລາຍມາດຕະການ ແລະ ຈະໃຫ້ລັດວິສາຫະກິດຫວຍພັດທະນາລາວເປັນຜູ້ອອກທຶນໃຫ້ໃນການຈັດຕັ້ງປະຕິບັດວຽກງານຕ່າງໆ ທີ່ກ່ຽວ ຂ້ອງເພື່ອແກ້ໄຂບັນຫາຫວຍເຖື່ອນທີ່ເກີດຂຶ້ນໃຫ້ໄດ້ໂດຍໄວ.

ຂອບໃຈຂໍ້ມູນຈາກເພຈ: ສື່ເພື່ອສັງຄົມ All in All

Related Posts

Leave a Reply

Your email address will not be published. Required fields are marked *